ກອງປະຊຸມພົບປະທຸລະກິດ ລາວ-ກຳປູເຈຍ

ກອງປະຊຸມພົບປະທຸລະກິດ ລາວ-ກຳປູເຈຍ

ກອງປະຊຸມພົບປະທຸລະກິດ ລາວ-ກຳປູເຈຍ ໃນຕອນເຊົ້າຂອງວັນທີ 14 ກຸມພາ 2023 ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໂດຍການເປັນປະທານຮ່ວມຂອງ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ລາວ ແລະ ທ່ານ Naek Oknha. Kith Meng,

ປະທານ ສະພາການຄ້າ ປະເທດກຳປູເຈຍ ເຊິ່ງມີຕາງໜ້າຈາກພາກທຸລະກິດຈາກຂະແໜງການຕ່າງໆເຊັ່ນ: ການຄ້າ, ການບໍລິການ, ຂົນສົ່ງ, ອະສັງຫາລິມະຊັບ, ທ່ອງທ່ຽວໂຮງແຮມ, ການເງິນ, ກໍ່ສ້າງ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ໂດຍການເຂົ້າຮ່ວມຈາກຕາງໜ້າພາກທຸລະກິດທັງສອງປະເທດ ລາວ-ກຳປູເຈຍ ລວມທັງໝົດ 30 ທ່ານ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການຕ້ອນຮັບຄະນະຈາກສະພາການຄ້າ ພ້ອມດ້ວຍຄະນະທຸລະກິດ ຈາກ ກຳປູເຈຍ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ ສປປ ລາວ ລະຫວ່າງວັນທີ 13-14 ກຸມພາ 2023. ເຊິ່ງກອງປະຊຸມໃນຄັ້ງນີ້ທັງສອງຝ່າຍ ໄດ້ຕົກລົງເຫັນດີໃນການລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເປັນການທົບທວນຄືນການຮ່ວມມືພາຍໃຕ້ບົດບັນທຶກຄວາມເຂົ້າໃຈທີ່ທັງສອງຝ່າຍໄດ້ເຊັນຮ່ວມກັນໃນຊຸມປີ 2016 ທີ່ຜ່ານມາ. ພ້ອມດຽວກັນນີ້ຍັງໄດ້ນຳສະເໜີແລກປ່ຽນຂໍ້ມູນທາງດ້ານການຄ້າ-ການລົງທຶນ ແລະ ຄວາມເປັນໄປໄດ້ໃນການຮ່ວມມືທາງດ້ານທຸລະກິດລະຫວ່າງ ລາວ-ກຳປູເຈຍ ໂດຍສະເພາະຕາມແລວເສດຖະກິດຂອງລາວທີ່ມີເຂດຊາຍແດນຕິດຈອດກັບປະເທດກຳປູເຈຍເຊັ່ນ: ເເຂວງຈຳປາສັກ, ເຊກອງ, ອັດຕະປື ແລະ ແຂວງສາລະວັນ.

 

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword