ບໍລິສັດ ລາວປອດພາສີ ກຣຸບ ຈຳກັດຜູ້ດຽວ ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ
ນະຄອນຫຼວງວຽງຈັນ-27 ສິງຫາ 2025 ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ບໍລິສັດ ລາວປອດພາສີ ກຣຸບ ຈຳກັດຜູ້ດຽວ ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ,
ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມທັງຊ່ວຍສົ່ງເສີມພັດທະນາຂີດຄວາມສາມາດຂອງພາກທຸລະກິດໃນ ສປປ ລາວ.
ໃນໂອກາດນີ້, ຕາງໜ້າມອບເງິນສະໜັບສະໜູນໂດຍ ທ່ານ ນາງ Zhang Xiaohong ຜູ້ອໍານວຍການ ແລະ ຮອງຜູ້ຈັດການທົ່ວໄປ, ບໍລິສັດ ລາວປອດພາສີ ກຣຸບ ຈຳກັດຜູ້ດຽວ ແລະ ຕາງໜ້າຮັບໂດຍ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
ການສະໜັບສະໜູນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມຮ່ວມມືລະຫວ່າງ ສຄອຊ ແລະ ພາກທຸລະກິດ ເພື່ອຮ່ວມກັນພັດທະນາເສດຖະກິດ ແລະ ຍົກສູງຂີດຄວາມສາມາດການແຂ່ງຂັນຂອງພາກທຸລະກິດລາວໃຫ້ກ້າວໄປສູ່ຄວາມເຂັ້ມແຂງຍິ່ງຂຶ້ນ.
ບໍລິສັດ ລາວປອດພາສີ ກຣຸບ ຈຳກັດຜູ້ດຽວ ແມ່ນບໍລິສັດທີ່ໄດ້ດໍາເນີນທຸລະກິດຂາຍສິນຄ້າປອດພາສີ. ບໍລິສັດສາມາດເປີດ ແລະ ດໍາເນີນຮ້ານຂາຍສິນຄ້າປອດພາສີໄດ້ທັງໃນເມືອງ, ສະຫນາມບິນ ແລະ ດ່ານຊາຍແດນ ໃນນະຄອນຫຼວງວຽງຈັນ, ແຂວງຄໍາມ່ວນ, ຫຼວງພະບາງ, ວັງວຽງ ແລະ ບ່ອນອື່ນໆ. ໃນປັດຈຸບັນ ນີ້ແມ່ນບໍລິສັດດຽວໃນ ສປປ ລາວ ທີ່ໄດ້ຮັບສິດໃນການທົດລອງເປີດຮ້ານຂາຍສິນຄ້າປອດພາສີ.
