ຈູນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນລາວ ໄດ້ລິເລີ່ມເຂົ້າສູ່ເສັ້ນທາງການດຳເນີນທຸລະກິດແບບຍືນຍົງ ຜ່ານງານເຜີຍແຜ່ຂໍ້ມູນ ແຜນງານການຢັ້ງຢືນຂອງລາວຍືນຍາວ.

ຈູນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງໃນລາວ ໄດ້ລິເລີ່ມເຂົ້າສູ່ເສັ້ນທາງການດຳເນີນທຸລະກິດແບບຍືນຍົງ ຜ່ານງານເຜີຍແຜ່ຂໍ້ມູນ ແຜນງານການຢັ້ງຢືນຂອງລາວຍືນຍາວ.

ນະຄອນຫຼວງວຽງຈັນ, ວັງວຽງ ແລະ ຫຼວງພະບາງ ວັນທີ 27 ພະຈິກ 2023– ຈູນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ໄດ້ມາພົບປະກັນໃນງານເຜີຍແຜ່ຂໍ້ມູນຂ່າວສານຂອງແຜນງານການຢັ້ງຢືນລາວຍືນຍາວຄັ້ງທີ 2 ເຊິ່ງຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພາຍໃຕ້ໂຄງການ SUSTOUR ລາວ.

ລາວ.  ເຊິ່ງໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ສະຫະພາບເອີຣົບ ແລະ ຈັດຕັ້ງປະຕິບັດໂດຍ ອົງການແພລນສາກົນປະຈຳ ລາວ ຮ່ວມກັບ ກະຊວງອຸດສາຫະກຳ ແລະ ການຄ້າດ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ສູນສະຫະພາບເອີຣົບທາງດ້ານລະບົບນິເວດເພື່ອການທ່ອງທ່ຽວ ແລະ ກະສິກຳ, ຈຸດປະສົງເພື່ອຈັດຕັ້ງປະຕິບັດວຽກງານຄວາມຍືນຍົງໃນອຸດສາຫະກຳການທ່ອງທ່ຽວລາວ.

ໂຄງການໄດ້ຈັດງານເເຜີຍແຜ່ດັ່ງກ່າວຢູ່ໃນຊ່ວງທ້າຍເດືອນພະຈິກ 2023 ຢູ່ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ນະຄອນຫຼວງວຽງຈັນ. ງານດັ່ງກ່າວແມ່ນໄດ້ເຊື້ອເຊີນເຈົ້າຂອງທຸລະກິດ ຫຼື ຜູ້ບໍລິຫານຂອງທຸລະກິດດັ່ງກ່າວທີ່ຢູ່ໃນຂະ ແໜການທ່ອງທ່ຽວເຂົ້າຮ່ວມງານ. ຜູ້ເຂົ້າຮ່ວມງານຈະໄດ້ຮັບຂໍ້ມູນ ແລະ ລາຍລະອຽດຂອງແຜນງານການຢັ້ງຢືນລາວຍືນຍາວ, ຂັ້ນຕອນການສະໝັກລົງຖະບຽນ ແລະ ປະໂຫຍດຂອງການຮັບການຢັ້ງຢືນດັ່ງກ່າວ.

ແຜນງານການຢັ້ງຢືນຂອງລາວຍືນຍາວແມ່ນ ແຜນງານການຢັ້ງຢືນໃຫ້ຫົວໜ່ວຍທຸລະກິດທ້ອງຖິ່ນທີ່ນອນຢູ່ໃນຂະ     ແໜງການທ່ອງທ່ຽວທີ່ມີຄວາມຕັ້ງໃຈລິເລີ່ມເຮັດທຸລະກິດແບບຍືນຍົງ, ໃຫ້ຄວາມສຳຄັນເລື່ອງສິ່ງແວດລ້ອມ,ສັງຄົມ ແລະ ເສດຖະກິດ. ແຜນງານການຢັ້້ງຢືນລາວຍືນຍາວໄດ້ຮັບການສ້າງຂຶ້ນຈາກແຮງບັນດານໃຈທີ່ມາຈາກແຜນງານການຢັ້ງຢືນຄວາມຍືນຍົງຂອງ ທຣາເວວໄລຟ໌ ເຊິ່ງຢູ່ໃນແຖວ ໜ້າຂອງສາກົນ ແລະ ເປັນທີ່ຮູ້ຈັກກ່ຽວກັບການໃຫ້ການຢັ້ງຢືນຄວາມຍືນຍົງ. ແຜນງານການຢັ້ງຢືນລາວແມ່ນຖືກປັບດັດມາຈາກ ແຜນງານທຣາເວວໄລຟ໌ ອອກແບບມາເພື່ອໃຫ້ຍົກລະດັບຄວາມຍືນຍົງຢູ່ໃນຕ່ອງໂສ້ອຸດສາຫະກຳການທ່ອງທ່ຽວລາວ.

ຜ່ານແຜນງານການຢ້ງຢືນນີ້, ຫົວໜ່ວຍທຸລະກິດໃນລາວຈະໄດ້ຮັບແນວທາຄຳແນະນນຳ ແລະ ຝຶກອົບຮົມໃນການປັບປຸງການດຳເນີນທຸລະກິດໃຫ້ເຂົ້າເຖິງຄວາມຍືນຍົງໄດ້ຫຼາຍຂຶ້ນເຊິ່ງຈະເລັງໃສ່ 4 ຂະແໜງການທຸລະກິດຄື: ຄົມມະນາຄົມ ແລະ ຂົນສົ່ງ, ອາຫານແລະເຄື່ອງດື່ມ, ຫັດຖະກຳ ແລະ ຂອງທີ່ລະນຶກ ແລະ ການທ່ອງທ່ຽວຮູບແບບວັດທະນະທຳ. ການຈັດການສິ່ງເສດເຫຼືອແມ່ນວຽກງານສຳຄັນທີ່ປະສົມປະສານເຂົ້າໄປໃນເກນມາດຖານໃນການຢັ້ງຢືນຂອງທັງ 4 ຂະແໜງການ.

“ພວກເຮົາມີແຜນຍຸດທະສາດໃນການທີ່ຈະສະໜັບສະໜູນຫົວໜ່ວຍທຸລະກິດຢູ່ລາວເພື່ອຫັນປ່ຽນມາດຳເນີນທຸລະກິດແບບຍືນຍົງ ແລະ ເພື່ອປະກອບສ່ວນເຂົ້າໃນການຂະຫຍາຍຕົວຂອງເສດຖະກິດແຫ່ງຊາດ” ກ່າວໂດຍທ່ານນາງ ແຄຣໍ ໂມເທນເຊັນ, ອຳນວຍການອົງການແພລນສາກົນ ປະຈຳ ລາວ. ນີ້ແມ່ນໂອກາດດີໃນການສ້າງຄວາມສາມາດໃຫ້ແກ່ຫົວໜ່ວຍທຸລະກິດຢູ່ໃນຂະແໜງການທ່ອງທ່ຽວເພື່ອໃຫ້ໄດ້ປຽບໃນການແຂ່ງຂັນ ແລະ ເຂົ້າໃຈກ່ຽວກັບໂຄງການ SUSTOUR ລາວ ແລະ ແຜນງານການຢັ້ງຢືນຂອງລາວຍືນຍາວ. ການໄດ້ຮັບການຢັ້ງຢືນຄວາມຍືນຍົງຈາກລາວຍືນຍາວແມ່ນການຍົກລະດັບທຸລະກິດຂອງເຂົາເຈົ້າໃຫ້ຢູ່ໃນແຖວໜ້າດ້ານຄວາມຍືນຍົງຂອງຂະແໜງການທ່ອງທ່ຽວຢູ່ໃນລາວ.

“ໃນຖານະທູດຂອງສະຫະພາບເອີຣົບປະຈຳ ລາວ, ຂ້າພະເຈົ້າມີຄວາມຍິນດີທີ່ຈະສືບຕໍ່ສະໜັບສະໜູນໂຄງການ SUSTOUR ລາວ. ການຢັ້ງຢຶນຂອງລາວຍືນຍາວແມ່ນຈະຊວ່ຍຍົກລະດັບ ແລະ ຄວາມສາມາດຂອງຈູນລະວິສາກຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງຂອງທ້ອງຖິ່ນພ້ອມທັງໂຄສະນາ ແລະ ສົ່ງເສີມການດຳເນີນທຸລະກິດແບບຍືນຍົງ, ການປົກປ້ອງສິ່ງແວດລ້ອມ ແລະ ການສົ່ງເສີມການຂະຫຍາຍຕົວທາງດ້ານເສດຖະກິດໃນຮູບແບບທີ່ມີຄວາມຍືນຍົງ. ການລິເລີ່ມບາດກ້າວນີ້ແມ່ນເປັນການຊ່ວຍຢືນຢັນຄວາມຕັ້ງໃຈຂອງພວກເຮົາກໍ່ຄືການສົ່ງເສີມການຂະຫຍາຍຕົວຂອງເສດຖະກິດໄປພ້ອມໆກັນກັບການຮັກສາສິ່ງແວດລ້ອມ, ວັດທະນະທຳ ແລະ ຄຳ້ປະກັນຄວາມສຳເລັດ ແລະ ຄວາມຮັບຜິດຊອບຂອງການຂະຫຍາຍຕົວທາງດ້ານເສດຖະກິດພາຍໃນປະເທດ.” ກ່າວໂດຍ ທ່ານ ອີນາ ມາຈູລໍນີແຕ, ເອັກອັກຄະລັດຖະທູດ ແລະ ຫົວໜ້າຄະນະຜູ້ແທນຂອງສະຫະພາບເອີຣົບ ປະຈຳ ລາວ.

“ການສົ່ງເສີມຜູ້ປະກອບການ ກໍ່ຄືຈຸນລະວີສາຫະກິດ, ວິສາຫະກິດຂະຫນາດນ້ອຍ ແລະ ກາງໃນການຮັບເອົາການຢັ້ງຢືນມາດຖານ “ລາວຍືນຍາວ” ຖືເປັນອີກບາດກ້າວຫນຶ່ງ ເພື່ອຍົກລະດັບມາດຖານດ້ານຄຸນນະພາບຂອງຜະລິດຕະພັນ ແລະ ການບໍລິການຂອງລາວ ໃຫ້ມີຄຸນນະພາບດ້ານສາກົນ ເພື່ອກ້າວສູ່ການສົ່ງອອກ ພ້ອມທັງເປັນທີ່ຮັບຮູ້/ຮູ້ຈັກ ທັງພາຍໃນ ແລະ ຕ່າງປະເທດ” ກ່າວໂດຍທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

ງານເຜີຍແຜ່ແຜນງານລາວຍືນຍາວ ແມ່ນບາດກ້າວໜຶ່ງໃນການສ້າງຄວາມຍືນຍົງໃນອຸດສາຫະກຳການທ່ອງທ່ຽວລາວ ໂດຍການໂຄສະນາເຊີນຊວນຫົວໜ່ວຍທຸລະກິດຫັ້ນປ່ຽນມາເປັນການດຳເນີນທຸລະກິດແບບມີຄວາມຮັບຜິດຊອງຕໍ່ສິ່ງແວດລ້ອມ ແລະ ສັງຄົມ. ໂຄງການມີຈຸດປະສົງເພື່ອຮັກສາໄວ້ທຳມະຊາດອັນສວຍງາມຂອງປະເທດ ແລະ ມໍລະດົກວັດທະນະທຳໄປພ້ອມໆກັນກັບການສົ່ງເສີມຂະຫຍາຍຕົວຂອງເສດຖະກິດພາຍໃນປະເທດ..

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword