ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃຫ້ບໍລິການສະໜອງທຶນໝູນວຽນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະຖາບັນການເງິນຈຸລະພາກທີ່ຮັບເງີນຝາກນິວຄອນເຊັບ

ພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃຫ້ບໍລິການສະໜອງທຶນໝູນວຽນ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສະຖາບັນການເງິນຈຸລະພາກທີ່ຮັບເງີນຝາກນິວຄອນເຊັບ

ໃນວັນທີ 21 ມິຖຸນາ 2021 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃຫ້ບໍລິການສະໜອງທຶນໝູນວຽນ.

ໃຫ້ກຽດລົງນາມເຊັນບົດບັນທຶກໃນຄັ້ງນີ້ໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ບົວວຽງ ຈຳປາພັນ ປະທານບໍລິຫານ ສະຖາບັນການເງິນຈຸລະພາກທີ່ຮັບເງີນຝາກນິວຄອນເຊັບ.

ເນື້ອໃນຕົ້ນຕໍຂອງບົດບັນທຶກໃນການຮ່ວມມືກັນຄັ້ງນີ້ກໍແມ່ນເພື່ອສົ່ງເສີມໃຫ້ຜູ້ປະກອບການ ໂດຍສະເພາະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ທີ່ເປັນສະມາຊິກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ສາມາດເຂົ້າຫາແຫຼ່ງທຶນໄດ້ງ່າຍຂື້ນ ເພື່ອນຳໃຊ້ເປັນທຶນໝູນວຽນຟື້ນຟູທຸລະກິດຂອງຕົນ ແລະ ໃຫ້ມີການພັດທະນາຂື້ນເທື່ອລະກ້າວ ໃນຊ່ວງການແຜ່ລະບາດຂອງພະຍາດໂຄວິດ-19 ນີ້.

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ມີການຮ່ວມມືກັບຫຼາຍຫຼາຍພາກສ່ວນ ເພື່ອໃຫ້ການບໍລິການແກ່ສະມາຊິກ ແລະຊອກຫາຊ່ອງທາງເພື່ອຊຸກຍູ້ສົ່ງເສີມໃຫ້ບັນດາຜູ້ປະກອບການໃຫ້ມີຫຼາຍຊ່ອງທາງເລືອກ ເຂົ້າຫາແຫຼ່ງທືນໄດ້ງ່າຍຂື້ນຕາມແຕ່ລະລະດັບທີ່ມີເງື່ອນໄຂແຕກຕ່າງກັນ ແລະ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຂອງ ສປປ ລາວ,ເຊິ່ງການຮ່ວມມືລະຫວ່າງ ສຄອຊ ກັບສະຖາບັນການເງິນ NCC ໃນຄັ້ງນີ້, ກໍ່ແມ່ນໜື່ງໃນການບໍລິການໃຫ້ແກ່ບໍລິສັດທີ່ເປັນສະມາຊິກ ສຄອຊ, ແລະ ເປັນອີກໜື່ງທາງເລືອກໃຫ້ແກ່ຜູ້ປະກອບການ ໂດຍສະເພາະແມ່ນຈຸລະວິສາຫະກິດຂະໜາດນ້ອຍ ຫຼື ຊາວສວນ ຫຼື ທຸລະກິດ ສະຕາດອັບ ທີ່ມີຕົ້ນທຶນໜ້ອຍ,ບໍ່ມີຫຼັກຊັບທີ່ພຽງພໍໃນການຄໍ້າປະກັນເພື່ອກູ້ຢືມຈາກທະນາຄານເຮັດໃຫ້ຕ້ອງອາໄສການກູ້ເງິນນອກລະບົບ ທີ່ມີອັດຕາດອກເບ້ຍ 5% ເຖິງ 20% ຕໍ່ເດືອນ ຫັນມາກູ້ເງິນທີ່ຖືກຕ້ອງຕາມລະບຽບການໂດຍຜ່ານສະຖານບັນການເງິນ NCC ທີ່ມີອັດຕາດອກເບ້ຍບໍ່ເກີນ3% ຕາມລະບຽບກົດຫມາຍ ທະນາຄານ ແຫ່ງ ສປປ ລາວ ໄດ້ກຳນົດ ແລະ ຈະຄ່ອຍຄ່ອຍຫຼຸດລົງຕາມຜົນງານຂອງຜູ້ກູ້ຢືມ, ເຊິ່ງຈະເປັນທາງເລືອກໃນການລິເລີ່ມສ້າງພື້ນຖານໃຫ້ເຂົາເຈົ້າສາມາດສ້າງລາຍຮັບໂດຍສະເພາະທຸລະກິດທີ່ມີຮອບໝູນວຽນໄລຍະສັ້ນ, 1-3 ເດືອນ ແລະ ມີຜົນກຳໄລດີສົມຄວນ, ຄ່ອຍໆພັດທະນາ,ຮຽນຮູ້,ສ້າງຄວາມເຂັ້ມແຂງໃຫ້ຕົນເອງແລະໃຫ້ສາມາດສ້າງເງື່ອນໄຂຄົບຖ້ວນໃນການກູ້ຢືມເງິນ ຈາກ ທນຄ ຫຼືກອງທືນ ທີ່ມີດອກເບ້ຍຕໍ່າຕາມມາດຕະຖານທີ່ກໍານົດເພື່ອຂະຫຍາຍທຸລະກິດຂອງຕົນໃນອານາຄົດ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword