ຖານຂໍ້ມູນຂ່າວສານຄຸນະພາບເພື່ອການຄ້າ ຂອງ ສປປ ລາວ, ຈະຊ່ວຍໃຫ້ທຸລະກິດສາມາດເຂົ້າເຖິງຂໍ້ມູນທີ່ມີຄຸນະພາບ, ສະມາດເຊື່ອມຕໍ່, ຮຽນຮູ້ ແລະ ແບ່ງປັນຄວາມສຳເລັດໄປນຳກັນ.

ຖານຂໍ້ມູນຂ່າວສານຄຸນະພາບເພື່ອການຄ້າ ຂອງ ສປປ ລາວ, ຈະຊ່ວຍໃຫ້ທຸລະກິດສາມາດເຂົ້າເຖິງຂໍ້ມູນທີ່ມີຄຸນະພາບ, ສະມາດເຊື່ອມຕໍ່, ຮຽນຮູ້ ແລະ ແບ່ງປັນຄວາມສຳເລັດໄປນຳກັນ.

ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ສູນການຄ້າສາກົນ ໄດ້ຈັດກອງປະຊຸມເຜີຍແຜ່ ຖານຂໍ້ມູນຂ່າວສານກ່ຽວກັບຄຸນະພາບເພື່ອການຄ້າ ຂຶ້ນໃນວັນທີ 24 ພະຈິກ ທີ່ນະຄອນຫຼວງວຽງຈັນ. ກອງ​ປະຊຸມດັ່ງກ່າວແມ່ນ​ແນ​່ໃສ່ການ​ນຳສະເໜີ ​ຖານຂໍ້ມູນຂ່າວສານດ້ານ​ຄຸນ​ນະພາ​ບສິນຄ້າເພື່ອສົ່ງອອກຂອງ ສປປ ລາວ ​ແລະ ​ໃຫ້​ຄຳ​ແນະນຳ​ຂັ້ນ​ຕອນ​ກ່ຽວ​ກັບ​ການ​ນຳ​ໃຊ້ຖານຂໍ້ມູນ​ດັ່ງກ່າວ ລວມໄປເຖີງວິທີການລົງທະບຽນ.

ການເຂົ້າເຖິງຂໍ້ມູນທີ່ກ່ຽວຂ້ອງດ້ານຄຸນນະພາບການສິນຄ້າ ເພື່ອການສົ່ງອອກ, ການເຂົ້າເຖີງຖານຂໍ້ມູນຄຸນນະພາບເພື່ອການຄ້າແມ່ນເປັນອຸປະສັກຂັດຂວາງທີ່ເຮັດໃຫ້ ທຸລະກິດຂະໜາດນ້ອຍ ແລະ ກາງ  ບໍ່ສາມາດເຂົ້າເຖີງຕະຫຼາດສາກົນໄດ້. ການປະຕິບັດຕາມກົດລະບຽບ ແລະ ຂໍ້ກຳນົດດ້ານວິຊາການ, ມາດຕະຖານ ແລະ ຄວາມຕ້ອງການຂອງຜູ້ຊື້ທີ່ມີການປ່ຽນແປງຢ່າງຕໍ່ເນື່ອງຍັງຖືເປັນສິ່ງທ້າທາຍຕໍ່ຜູ້ຜະລິດ ແລະ ຜູ້ສົ່ງອອກໃນປະເທດທີ່ກໍາລັງພັດທະນາ.

ຖານຂໍ້ມູນຂ່າວສານຄຸນະພາບເພື່ອການຄ້າຂອງ ສປປ ລາວ (Laos Quality for Trade platform) ເປັນສູນລວມຂໍ້ມູນທີ່ສາມາດຄົ້ນຫາ ຂໍ້ມູນດ້ານຄຸນນະພາບທີ່ກ່ຽວຂ້ອງສໍາລັບສິນຄ້າທີ່ເປັນບູລິມະສິດໃນຕະຫຼາດເປົ້າຫມາຍ, ຄໍາແນະນໍາກ່ຽວຄຸນນະພາບສິນຄ້າ, ການແລກປ່ຽນປະສົບການຈາກຜູ້ທີ່ປະສົບຜົນສຳເລັດໃນການສົ່ງອອກ, ການສ້າງເຄືອຂ່າຍກັບສະຖາບັນຫຼືບຸກຄົນທີ່ສາມາດໃຫ້ການຄຳແນະດ້ານຄຸນນະພາບສິນຄ້າ, ຖານຂໍ້ມູນຂ່າວສານຄຸນນພາບເພື່ອການຄ້າຂອງ ສປປ ລາວ ໄດ້ສະໜອງຂໍ້ມູນ SMEs, ແລະ ສະຖາບັນທີ່ໃຫ້ຄຳປືກສາດ້ານຄຸນນະພາບສິນຄ້າ,ໃຫ້ທຸກຄົນທົ່ວໄປທີ່ເຂົ້າມາເບີ່ງຖານຂໍ້ມູນນີ້.

ໂດຍສອດຄ່ອງກັບ ໂຄງການ ແບບຢ່າງດ້ານຄຸນນະພາບ, ‘’Quality Champion’’  (QCs)   ທີ່ສະຫນອງຂໍ້ມູນຊ່ຽວຊານດ້ານຄຸນນະພາບ ແລະ ຜູ້ໃຫ້ບໍລິການ ຖານຂໍ້ມູນຂ່າວສານຄຸນນະພາບເພື່ອການຄ້າ ຂອງ ສປປ ລາວ (Laos Quality for Trade platform) ປະກອບດ້ວຍ 4 ຖານຂໍ້ມູນໃຫ່ຍຄື, Quality Compass, Quality Connect, Quality Insights and Quality Success.

ຜູ້ເຂົ້າຮ່ວມກອງປະຊຸມມີບັນດາຜູ້ຕາງໜ້າຈາກບັນດາກົມທີ່ກ່ຽວຂ້ອງຈາກ ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງສາທາລະນະສຸກ, ກະຊວງກະສີກຳ ແລະ ປ່າໄມ້ ແລະ ກຸ່ມ, ສະມາຄົມທຸລະກິດ. ຜູ້ບັນຍາຍໂດຍຜູ້ຊ່ຽວຊານດ້ານຄຸນນະພາບຂອງສູນການຄ້າສາກົນ

ຖານຂໍ້ມູນຂ່າວສານຄຸນະພາບເພື່ອການຄ້າ ຂອງ ສປປ ລາວ (Laos Quality for Trade platform) ​ເປັນຖານຂໍ້ມູນເພື່ອ​ເສີມ​ຂະຫຍາຍ​ການ​ເຊື່ອມ​ຕໍ່​ລະຫວ່າງ​ບັນດາ​ສະ​ຖາ​ບັນ ​ແລະ ປະຊາ​ຄົມ​ທຸລະ​ກິດ. ໃນຂັ້ນຕອນຕໍ່ໄປແມ່ນພວກເຮົາຈະພັດທະນາຖານຂໍ້ມູນນີ້ເປັນພາສາລາວເພື່ອຮັບປະກັນວ່າ ຖານຂໍ້ມູນນີ້ທຸກພາກສ່ວນແມ່ນສາມາດເຂົ້າເຖິງໄດ້ ບໍ່ວ່າຈະເປັນຜູ້ໃຫ້ບໍລິການດ້ານຄຸນະພາບ ແລະ ບັນດາທຸລະກິດໃນ ສປປລາວທັງຫມົດ.” ກ່າວໂດຍທ່ານ Joshua Olson, ຊ່ຽວຊານສາກົນ ກ່ຽວກັບ ຄຸນະພາບເພື່ອການຄ້າ, ITC.

ຖານຂໍ້ມູນຂ່າວສານກ່ຽວກັບຄຸນະພາບເພື່ອການຄ້າຂອງ ສປປ ລາວ (Laos Quality for Trade platform) ແມ່ນໄດ້ຮັບການຈັດຕັ້ງປະຕິບັດໂດຍ ITC ໂດຍຜ່ານໂຄງການຊ່ວຍເຫຼືອດ້ານການເຊື່ອມໂຍງພາກພື້ນອາຊຽນຈາກ EU – ສປປ ລາວ ແລະ ໄດ້ຮັບການສະໜັບສະໜູນຈາກສະຫະພາບເອີຣົບ. ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເປັນຜູ້ປະສານງານຫຼັກ.

 

ທ່ານສາມາດເຂົ້າເຖິງຖານຂໍ້ມູນໄດ້ທີ່: https://qualityfortrade.intracen.org/laodr

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword