ຄະນະສາມຝ່າຍຂອງ ສ ປປ ລາວ ເຂົ້າຮ່ວມກອງປະຊຸມຄະນະໃນລະດັບພາກພື້ນຂອງການເປັນຄູ່ຮ່ວມງານຂອງ Asian Preparedness partnership (APP) ກ່ຽວກັບວຽກງານໄພພິບັດ

ຄະນະສາມຝ່າຍຂອງ ສ ປປ ລາວ ເຂົ້າຮ່ວມກອງປະຊຸມຄະນະໃນລະດັບພາກພື້ນຂອງການເປັນຄູ່ຮ່ວມງານຂອງ Asian Preparedness partnership (APP) ກ່ຽວກັບວຽກງານໄພພິບັດ

ນະຄອນຫຼວງ ໂກລົມໂບ, ປະເທດສີລັງກາ,  ໃນວັນທີ 23- 25 ກໍລະກົດ 2025. ທ່ານ ວິບູນ ສິດທິມໍລະດາ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)

ພ້ອມທີມງານວິຊາການ ສຄອຊ ໄດ້ເຂົ້າຮ່ວມກອງປະຊຸມຄະນະໃນລະດັບພາກພື້ນ ກ່ຽວກັບການເປັນຄູ່ຮ່ວມຂອງ Asian Preparedness partnership (APP) ສຳລັບວຽກງານໄພພິບັດ ໃນວັນທີ 23- 25 ກໍລະກົດ 2025 ທີ່ນະຄອນຫຼວງ ໂກລົມໂບ, ປະເທດສີລັງກາ ໂດຍມີຕ່າງໜ້າຄະນະຈາກກົມສັງຄົມສົງເຄາະ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຕາງໜ້າ ຄະນະຈາກ ຫ້ອງການປະສານງານອົງການຈັດຕັ້ງທາງສັງຄົມລາວ, ໂຄງການ ແລະ ຄູ່ຮ່ວມງານໃນບັນດາປະເທດທີ່ກ່ຽວຂ້ອງ ເຂົ້າຮ່ວມ ຫຼາຍກວ່າ 150 ຄົນ.
ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ແມ່ນເປົ້າໝາຍການຮ່ວມມືແບບຍືນຍົງເພື່ອກ້າວໄປສູ່ອະນາຄົດຂອງຄູ່ຮ່ວມມືການກະກຽມແຫ່ງຊາດ ແລະ ຜູ້ມີສ່ວນຮ່ວມທີ່ສໍາຄັນຈາກ 07 ປະເທດທີ່ເປັນສະມາຊິກຂອງ Asian Preparedness partnership (APP) APP.
ກອງປະຊຸມຄັ້ງນີ້ແມ່ນໄດ້ສ້າງເວທີສົນທະນາ ເພື່ອແລກປ່ຽນຄວາມຄືບໜ້າ, ແບ່ງປັນ ແລະ ໄຈ້ແຍກສິ່ງທ້າທາຍ ແລະ ຊອກຫາໂອກາດໃນການເສີມຂະຫຍາຍ ແລະ ຍືນຍົງຂອງການຮ່ວມມືການກະກຽມແຫ່ງຊາດ NPPs ແລະ ນຳສະເໜີແຜນການມີສ່ວນຮ່ວມກິດຈະກຳໃນຕໍ່ໜ້າ ໃນທົ່ວເຄືອຂ່າຍ APP ກ່ຽວກັບວຽກງານກະກຽມຕອບໂຕ້ສຸກເສີນ, ຮັບມື ຂອງໄພພິບັດ ແລະ ນອກນັ້ນ, ສ້າງໂອກາດອັນສຳຄັນໃຫ້ແກ່ການສົນທະນາໃນແບ່ງປັນຄວາມເຂົ້າໃຈ ແລະ ປຶກສາຫາລືກ່ຽວກັບວິທີການກ້າວໄປໜ້າໃນການຊຸກຍູ້ແຜນຍຸດທະສາດ ຂອງບັນດາປະເທດທີ່ພວມພັດທະນາໃນທະວີບອາຊີ ແລະ ພາກພື້ນປາຊີຟິກ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword