ກອງປະຊຸມພົບປະແລກປ່ຽນທາງດ້ານທຸລະກິດ ລະຫວ່າງ ລາວ-ຈີນ ພາຍໃຕ້ຫົວຂໍ້: ເປີດປະຕູສູ່ໂລກພາຍນອກ ຄືໂອກາດແຫ່ງໄຊຊະນະ

ກອງປະຊຸມພົບປະແລກປ່ຽນທາງດ້ານທຸລະກິດ ລະຫວ່າງ ລາວ-ຈີນ ພາຍໃຕ້ຫົວຂໍ້: ເປີດປະຕູສູ່ໂລກພາຍນອກ ຄືໂອກາດແຫ່ງໄຊຊະນະ

ນະຄອນຫລວງວຽງຈັນ – ໃນວັນທີ 13 ຕຸລາ 2025 ທີ່ ໂຮງແຮມລາດຊະວົງ ວັນດ້າ ວິສຕ້າ, ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ (ສຄອຊ) ຮ່ວມກັບ ບໍລິສັດ ເສັ້ນທາງສາຍໄໝລ້ານຊ້າງນ້ໍາຂອງ ຈໍາກັດ,

ໄດ້ຈັດ ໂດຍເປັນປະທານຮ່ວມຂອງທ່ານ ທະນູສອນ ພົນອາມາດ, ຮອງປະທານ ສຄອຊ, ທ່ານ ນາງ ມະນີຈັນ ສອນຄຳໄຊ ທີ່ປຶກສາດ້ານເສດຖະກິດການຄ້າ ສະຖານທູດລາວ ປະຈໍາ ນະຄອນຫຼວງ ປັກກິງ ສປ ຈີນ ແລະ ທ່ານ Cyril Chan, ປະທານ ບໍລິສັດ ເສັ້ນທາງສາຍໄໝລ້ານຊ້າງນ້ໍາຂອງ ຈໍາກັດ ພ້ອມດ້ວຍຕາງໜ້າຈາກບັນດາກົມກ່ຽວຂ້ອງ ຈາກກະຊວງອຸດສະຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ພ້ອມດ້ວຍຄະນະນັກທຸລະກິດ ຈາກ ສປຈີນ ທີ່ມີກິດຈະການສົ່ງເສີມການຮ່ວມມືທາງດ້ານການຄ້າ, ການເງິນ, ການລົງທຶນ, ການສົ່ງເສີມ – ແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວທີ່ ສົນໃຈລົງທຶນຢູ່ ສປປ ລາວ ເຂົ້າຮ່ວມພົບປະແລກປ່ຽນທາງດ້ານທຸລະກິດ ລະຫວ່າງ ລາວ – ຈີນ ຮ່ວມກັນພົບປະແລກປ່ຽນຂໍ້ມູນຂ່າວສານຂະແໜງການຕ່າງໆ ແລະ ຊອກຫາຄູ່ຮ່ວມມືໃນການລົງທຶນ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ ໃຫ້ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດສູງສຸດ.
ທ່ານ ທະນູສອນ ພົນອາມາດ, ຮອງປະທານ ສຄອຊ ໄດ້ກ່າວວ່າ ກອງປະຊຸມຄັ້ງນີ້ ເປັນນິມິດໝາຍອັນດີ ເຮັດໃຫ້ໄດ້ ຮັບຮູ້ຂໍ້ມູນຂ່າວສານ ແລະ ນະໂຍບາຍທີີ່ເປັນປະໂຫຍດທາງດ້ານ ການຄ້າ – ການລົງທຶນ ໃນຂົງເຂດພະລັງງານ, ບໍ່ແຮ່, ການຄ້າດີຈີຕ້ອນ ແລະ ອື່ນໆ… ແລະ ຫວັງວ່າ ການພົບປະໃນຄັ້ງນີ້ ຈະສາມາດສ້າງເປັນໂຄງການຮ່ວມກັນໄດ້ ຢ່າງແທ້ຈິງ ໂດຍຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ, ທ່ານ ຍັງກ່າວຕື່ມອີກວ່າ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແມ່ນໃຫ້ຄວາມສໍາຄັນຫຼາຍໃນການຮ່ວມມືກັບ ຕ່າງປະເທດ, ໂດຍສະເພາະກັບ ສປ ຈີນ ທີ່ເປັນຄູ່ຮ່ວມສະຕາກຳ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ຂອງ ສປປ ລາວ. ສະມາຊິກຂອງ ສຄອຊ ມີຫຼາຍໂຄງການທີ່ຕ້ອງການຮ່ວມມືກັບນັກທຸລະກິດຈາກ ສປ ຈີນ ບໍ່ວ່າຈະແມ່ນ ໂຄງການກໍ່ສ້າງພື້ນຖານໂຄງລາງ, ກະສິກຳ, ການຄ້າ, ການລົງທຶນໃນນິຄົມອຸດສາຫະກຳ, ທ່ອງທ່ຽວວັດທະນາທຳ, ໂລຈິສຕິກ, ບໍ່ແຮ່ ແລະ ອື່ນໆ…
ປະຈຸບັນ ສຄອຊ ຮ່ວມກັບ ສະພາການຄ້າຈີນ ປະຈໍາ ສປປ ລາວ ໄດ້ສ້າງຕັ້ງ ຄະນະກຳມະທິການ ສົ່ງເສີມການຮ່ວມມືທຸລະກິດ ລາວ – ຈີນ ປະຈໍາ ສຄອຊ, ໂດຍມີຄະນະ ສຄອຊ ແລະ ສະພາການຄ້າຈີນ ປະຈຳ ສປປ ລາວ ຮ່ວມກັນບໍລິຫານງານ ແລະ ມີຕົວແທນທຸລະກິດ ລາວ ແລະ ຈີນ ທີ່ ດໍາເນີນທຸລະກິດ ຢູ່ ສປປ ລາວ ເຂົ້າຮ່ວມໃນຄະນະ, ພ້ອມດຽວ ກັນນັ້ນກໍ່ໄດ້ ສ້າງຕັ້ງຕົວແທນ ສຄອຊ ຢູ່ ແຂວງ ຢຸນໜານ, ຊົງຊຶ່ງ, ຫູໜານ, ກວາງໂຈວ ແລະ ມີແຜນຈະສ້າງຕັ້ງຕື່ມ ຢູ່ ນະຄອນຫຼວງ ປັກກິ່ງ, ຊຽງໄຮ້, ຊື້ຊວນ, ກວາງຊີ ແລະ ແຂວງອື່ນໆ… ເປົ້າໝາຍຕົ້ນຕໍເພື່ອສົ່ງເສີມສິນຄ້າລາວ ເຂົ້າສູ່ຕະຫຼາດຈີນໃຫ້ນັບມື້ນັບ ຫຼາຍຂຶ້ນ, ພ້ອມດຽວກັນນັ້ນ, ກໍ່ເພື່ອຊ່ວຍດຶງດູດນັກ ລົງທຶນ ຈີນທີ່ມີຄຸນນະພາບເຂົ້າມາດໍາເນີນທຸລະກິດໃນ ສປປ ລາວ, ສ້າງສາພັດທະນາເສດຖະກິດ – ສັງຄົມ ໃຫ້ນັບມື້ນັບຂະຫຍາຍຕົວ.
ກ່ຽວກັບຂໍ້ມູນດ້ານການຄ້າ ແລະ ການລົງທຶນ, ປະຈຸບັນ ສປ ຈີນ ແມ່ນ ຄູ່ຄ້າ ອັນດັບ 2 ຂອງ ສປປ ລາວ ແລະ ເປັນອັນດັບໜຶ່ງໃນການລົງທຶນຕ່າງປະເທດໃນ ສປປ ລາວ.

Related Posts

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ໂຕໂຍຕ້າ ລາວທານີ ຈຳກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 04 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ສົມຈິດ ອິນທະມິດ ທີ່ປຶກສາກິດຕິມະສັກ ສຄອຊ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ບາງກອກ ເຊນ ອິນເຕີຣ໌ເນຊັ່ນແນລ (ລາວ) ຈຳກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ

ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ເທບວົງສາ ພາວເວີ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 03 ມີນາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ…Read more
ສຄອຊ  ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ລາວນິວເພ ເທັກໂນໂລຢີ ຈອຍເວັນເຈີ ຈຳກັດ ໃນນາມສະມາຊິກ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ຄະນະພັດທະນາທຸລະກິດກະສິກຳ ສຄອຊ ລົງຢ້ຽມຢາມໂຄງການປູກເຂົ້າສະອາດ ຢູ່ເມືອງປາກງື່ມ ເພື່ອຍົກລະດັບສູ່ການຜະລິດທັນສະໄໝ ແລະ ຍືນຍົງ

ເມືອງປາກງື່ມ, ນະຄອນຫຼວງວຽງຈັນ ໃນວັນທີ 26 ກຸມພາ 2026, ຄະນະພັດທະນາທຸລະກິດກະສິກຳ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ…Read more
ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ກຸ່ມຫົງຢວນ ຈໍາກັດ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.

ນະຄອນຫຼວງວຽງຈັນ, 26 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ທະນົງສິນ ກັນລະຍາ ຮອງປະທານ ສຄອຊ…Read more

Enter your keyword