ກອງປະຊຸມປຶກສາຫາລື ລະຫວ່າງ ຂະແໜງການກ່ຽວຂ້ອງຂອງພັກລັດ ແລະ ພາກທຸລະກິດ

ກອງປະຊຸມປຶກສາຫາລື ລະຫວ່າງ ຂະແໜງການກ່ຽວຂ້ອງຂອງພັກລັດ ແລະ ພາກທຸລະກິດ

ກອງປະຊຸມປຶ​ກ​ສາ​ຫາ​ລື ລະຫວ່າງ ຂະ​ແໜງ​ການ​ກ່ຽວ​ຂ້ອງຂອງ​ພັກ​ລັດ ແລະ ພາກທຸ​ລະ​ກິດ ບັນ​ຫາທີ່ຕິດ​ພັນ​ກັບ​ການ​ອຳ​ນວຍ​ຄວາມ​ສະ​ດວກ ທາງ​ດ້ານການ​ຄ້າ ແລະ ພາ​ສີ​-ອາ​ກອນ

ວັນ​ທີ 16 ກັນ​ຍາ 2020, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອ​ຊ) ໄດ້ຈັດກອງປະຊຸມປຶກສາຫາລືລະຫວ່າງ ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ ​ຂອງພາກລັດ ແລະ ພາກທຸລະກິດ ໃນຫົວຂໍ້ ບັນຫາທີ່ຕິດພັນກັບ ການອຳນວຍຄວາມສະດວກ ທາງດ້ານການຄ້າ ແລະ ພາສີ-ອາກອນ ທີ່ ໂຮງ​ແຮມ ແລນ​ມາກ​ແມ່​ຂອງ​ລີ​ເວີ​ໄຊ ໂດຍ ການເປັນປະທານຮ່ວມກັນຂອງ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ຮອງຫົວໜ້າຄະນະກຳມະການຊີ້ນຳລວມ ອຳນວຍຄວາມສະດວກທາງດ້ານການຄ້າ ຂັັ້ນສູນກາງ ແລະ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ນ​ອກ​ນັ້ນ ຍັງ​ມີ ບັນດາຜູ້ເຂົ້າຮ່ວມກໍ່ຄື ຕາງໜ້າຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ແລະ ຕາງໜ້າຜູ້ປະກອບການພາກທຸລະກິດຂະແໜງຕ່າງໆ ເປັນຕົ້ນແມ່ນ ຂະແໜງ ກາ​ນ​ຂົນ​ສົ່ງ ແລະ ຈັດ​ສົ່ງ​ສິນ​ຄ້າ, ການ​ຄ້າ, ການ​ຜະ​ລິດ, ການ​ກະ​ສິກຳ, ແລະ ຕາງ​ໜ້າຜູ້​ປະ​ກອບກ​ານ ຕ່າງ​ປະ​ເທດໃນ ສ​ປ​ປ ລາວ ໂດຍ​ສະ​ເພາະ ແມ່ນ​ຈາກສະ​ພາ​ການ​ຄ້າ ຍີ​ປຸ່ນ, ອົດ​ສ​ຕ​ຣາ​ລີ, ສະ​ຫະ​ລັດອາ​ເມ​ລິີກາ, ແລະ ສະ​ຫະ​ພັນເອີ​ຣົບ.

ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອເປີດໂອກາດໃຫ້ ໃຫ້ຜູ້​ເຂົ້າ​ຮ່ວມ​ ໄດ້ນໍາສະເໜີ ຂໍ້ຫຍຸ້ງຍາກ ແລະ ວິທີແກ້ໄຂ ຂໍ້ຫຍຸຸ້ງຍາກ ທີີ່ຕິດພັນກັບການອຳນວຍຄວາມສະດວກທາງດ້ານການຄ້າ, ພາສີ, ແລະ ອາກອນ ໂດຍສະເພາະແມ່ນຕໍ່ກັບ:

  1. ຂັັ້ນຕອນການອະນຸຍາດ ແຜນນຳເຂົ້າສິນຄ້າ ແລະ ວັດຖຸດິບ ທີີ່ໄດ້ຮັບການຍົກເວັັ້ນພາສີ ແລະ ອາກອນມູນຄ່າເພີີ່ມ ພາຍໃຕ້ກົດໝາຍສົ່ງເສີມການລົງທຶນ
  2. ການນຳໃຊ້ລະບົບ LNSW ທີີ່ຍັງບໍ່ສົມບູນ
  3. ການນຳເຂົ້າສິນຄ້າ ທີີ່ປະຕິບັດບໍ່ຖືກຕ້ອງຕາມລະບຽບກົດໝາຍ
  4. ຂັັ້ນຕອນການອະນຸມັດເອກະສານເພືີ່ອຊຳລະພາສີຢູ່ສາງສິນຄ້າ (ທ່ານາແລ້ງ)
  5. ການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າພາຍໃນປະເທດ
  6. ຄ່າທຳນຽມໃບອະນຸຍາດນຳເຂົ້າ ແລະ ສົ່ງອອກ ສິນຄ້າກະສິກຳ
  7. ການສົ່ງຄືນອາກອນມູນຄ່າເພີີ່ມ ສຳລັບທຸລະກິດທີີ່ຜະລິດສິນຄ້າເພືີ່ອສົ່ງອອກ
  8. ອັດຕາພາສີນຳເຂົ້າສຳລັບວັດຖຸເຄິີ່ງສຳເລັດຮູບ ເພືີ່ອມາຮັບໃຊຸ້ການຜະລິດ ບໍ່ເປັນການສົ່ງເສີມ ການຜະລິດພາຍໃນ
  1. ການເກັບອາກອນມູນຄ່າເພີີ່ມຈາກຄ່າບໍລິການຂົນສົ່ງສິນຄ້າຜ່ານແດນສາກົນ ແລະ ຂ້າມແດນ
  2. ຂັັ້ນຕອນການຂໍອະນຸຍາດຂົນສົ່ງສິນຄ້າຜ່ານແດນ ສຳລັບສິນຄ້າ ທີີ່ບໍ່ຢູ່ໃນລາຍການສິນຄ້າເກືອດຫ້າມ
  3. ລາຄາຄ່າຂົນສົ່ງສິນຄ້າ ແພງ

ນອກຈາກນີ້ ຜູ່ເຂົ້າຮ່ວມກອງປະຊຸມກໍ່ຄືພາກທຸລະກິດ ກໍ່ໄດ້ຮ່ວມປຶກສາຫາລືຂໍ້ສະເໜີ ຮ່ວມກັບຂະແໜງການທີ່ກ່ຽວຂ້ອງຂອງລັດຖະບານ, ຢ່າງກົງໄປກົງມາ ແລະ ຮັບເອົາບັນຫາທີ່ພາກທຸລະກິດສະເໜີ ໄປຄົ້ນຄວ້າຕື່ມ ເພື່ອຊອກຫາວິທີແກ້ໄຂຮ່ວມກັນ ຢ່າງມີປະສິດຕິຜົນ ແລະ ເພື່ອເຮັດໃຫ້ສະພາບແວດລ້ອມການດໍາເນີນທຸລະກິດ ມີຄວາມຍຸດຕິທໍາ, ໂປ່ງໃສ, ເປັນເອກະພາບກັນ, ມີຂັ້ນຕອນທີ່ສະດວກ ແລະ ຊັດເຈນຂຶ້ນ.

ກອງປະຊຸມນີ້ ແມ່ນຂັ້ນຕອນໜຶ່ງ ເພື່ອກະກຽມໃຫ້ກັບກອງປະຊຸມທຸລະກິດລາວ ຄັ້ງທີ 13 ເຊິ່ງເປັນກອງປະຊຸມປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ປະຈໍາປີ, ຄາດວ່າຈະຖືກຈັດຂຶ້້ນໃນທ້າຍປີ 2020 ນີ້.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword