ງານລ້ຽງພົບປະຜູ້ນຳເຄື່ອຂ່າຍທຸລະກິດ ສຄອຊ

ງານລ້ຽງພົບປະຜູ້ນຳເຄື່ອຂ່າຍທຸລະກິດ ສຄອຊ

ໃນຄໍ່າຄືນຂອງ ວັນທີ 10 ມີນາ 2021, ທີ່ ໂຮງແຮມ ແລນມາກ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)  ຮ່ວມກັບ ບໍລິສັດ ເບຍລາວ ຈໍາກັດ

ໄດ້ຈັດງານລ້ຽງ ພົບປະຜູ້ນຳ​ເຄື່ອຂ່າຍທຸລະກິດ ສຄອຊ ພາຍໃຕຫົວຂໍ້: ທັກສະການບໍລິຫານທຸລະກິດໃນໄລຍະການແຜ່ລະບາດຂອງເຊື້ອພະຍາດ COVID-19, ໂດຍການເຂົ້າຮ່ວມຂອງ ທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ທ່ານ ສູນທອນ ພົມມະຈັກ ປະທານ ບໍລິສັດ ເບຍລາວ ຈໍາກັດ ແລະ ບັນດາແຂກຈາກພາກລັດ ແລະ ຜູ້ອຳນວຍການບໍລິສັດ ທີ່ໄດ້ເຂົ້າຮ່ວມ.  ເຊິ່ງການຈັດງານໃນຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ເບຍລາວ ຈໍາກັດ.

ຈຸດປະສົງຂອງງານໃນຄັ້ງນີ້ ແມ່ນເພື່ອເປັນການສ້າງເວທີໃນການພົບປະແລກປ່ຽນບົດຮຽນປະສົບການໃນການດຳເນີນທຸລະກິດ, ສ້າງເຄືອຂ່າຍທຸລະກິດ, ເພີ່ມຄວາມສາມັກຄີຮັກແພງລະຫວ່າງທຸລະກິດກັບທຸລະກິດ ແລະ ທຸລະກິດກັບພາກລັດ. ພ້ອມດຽວກັນນັ້ນຍັງໄດ້ຮັບຟັງການນຳສະເໜີກ່ຽວກັບປະສົບການ ແລະ ຜົນສຳເລັດໃນການບໍລິຫານຂອງ ບໍລິສັດ ເບຍລາວ ຈໍາກັດ ໃນໄລຍະ 40 ກວ່າປີທີ່ຜ່ານມາ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword