ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ນະຄອນຫຼວງວຽງຈັນ, 18 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ບຸນເລີດ ຫຼວງປະເສີດ, ຮອງປະທານ ສຄອຊ ໄດ້ເຂົ້າພົບປະ
ແລະ ອວຍພອນປີໃໝ່ ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ການພົບປະຄັ້ງນີ້ ທ່ານ ຮອງປະທານ ສຄອຊ ໄດ້ຖືໂອກາດລາຍງານຄວາມຄືບໜ້າໃນການກະກຽມກອງປະຊຸມໃຫຍ່ຂອງ ສຄອຊ. ພ້ອມກັນນັ້ນ, ຍັງໄດ້ມີການປຶກສາຫາລື ແລະ ທາບທາມເຊີນເອົາບຸກຄະລາກອນທີ່ມີຄວາມຮູ້, ຄວາມສາມາດ ແລະ ວິໄສທັດ ເຂົ້າມາເປັນສ່ວນໜຶ່ງຂອງ “ຄະນະບໍລິຫານງານຊຸດໃໝ່” ເພື່ອຮ່ວມກັນຂັບເຄື່ອນວຽກງານຂອງສະພາການຄ້າໃຫ້ມີປະສິດທິພາບຍິ່ງຂຶ້ນ.
ໃນໂອກາດດຽວກັນ, ທາງບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ຍັງໄດ້ລາຍງານເຖິງຜົນສຳເລັດຂອງການດຳເນີນທຸລະກິດ ແລະ ຍຸດທະສາດຂອງບໍລິສັດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ບໍລິສັດ ພີທີແອລ ເຮໂລດິ້ງ ຈຳກັດ ໄດ້ຖືກສ້າງຕັ້ງຂຶ້ນໂດຍມີວິໄສທັດທີ່ຈະສະໜອງນ້ຳມັນທີ່ມີຄຸນນະພາບ ໃນລາຄາທີ່ຍຸຕິທຳໃຫ້ແກ່ທຸກຂົງເຂດ ເພື່ອຄຸນນະພາບຊີວິດທີ່ດີຂຶ້ນ. ແຮງບັນດານໃຈນີ້ ແມ່ນໄດ້ມາຈາກປະສົບການຕົວຈິງຂອງຜູ້ກໍ່ຕັ້ງ ທີ່ເຫັນວ່າການເຂົ້າເຖິງແຫຼ່ງສະໜອງນ້ຳມັນເຊື້ອໄຟໃນເຂດຫ່າງໄກສອກຫຼີກ ມັກຈະເປັນບັນຫາ… ແລະ ສິ່ງນີ້ໄດ້ສ້າງຄວາມເສຍຫາຍທາງດ້ານເສດຖະກິດຢ່າງຫຼວງຫຼາຍ. ໃນນາມເປັນສະມາຊິກຂອງ ກຸ່ມບໍລິສັດ ພົງສະຫວັນ, ບໍລິສັດ ພີທີແອລ ເຮໂລດິ້ງ ຈຳກັດ ໄດ້ຖືກສ້າງຕັ້ງຂຶ້ນໃນວັນທີ 6 ເມສາ 2008 ດ້ວຍທຶນຈົດທະບຽນ 28.8 ຕື້ກີບ. ໂດຍມີພົນລະເມືອງລາວເປັນຜູ້ລົງທຶນຫຼັກໃນທຸລະກິດ. ຕໍ່ມາ ໃນປີ 2013, ບໍລິສັດໄດ້ເພີ່ມທຶນຈົດທະບຽນຂຶ້ນເປັນ 350 ຕື້ກີບ ຫຼື ປະມານ 45 ລ້ານໂດລາສະຫະລັດ ເພື່ອຂະຫຍາຍທຸລະກິດໃຫ້ສອດຄ່ອງຕາມວິໄສທັດທີ່ວາງໄວ້.
