ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວໄດ້ເຂົ້າຮ່ວມງານວາງສະແດງ ແລະ ເຂົ້າຮ່ວມກິດຈະກຳ ແຂ່ງຂັນສະມາດເບຣນ ຈິດຕະຄະນິດ ຊິງແຊມ ຄັ້ງທີ 2

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວໄດ້ເຂົ້າຮ່ວມງານວາງສະແດງ ແລະ ເຂົ້າຮ່ວມກິດຈະກຳ ແຂ່ງຂັນສະມາດເບຣນ ຈິດຕະຄະນິດ ຊິງແຊມ ຄັ້ງທີ 2

ງານວາງສະແດງ ແລະ ເຂົ້າຮ່ວມກິດຈະກຳ ແຂ່ງຂັນສະມາດເບຣນ ຈິນຕະຄະນິດ ຄັ້ງທີ 2, ໃນວັນທີ 17-18 ທັນວາ 2022, ທີ່ສູນການຄ້າພາກຊັນ ຕຶກ B ຊັ້ນ 5, ນະຄອນຫຼວງວຽງຈັນ

ທ່ານ ພູໄຊ ເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ພະນັກງານ ສູນບໍລິການ ອສຄ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ເຂົ້າຮ່ວມງານວາງສະແດງ ແລະ ເຂົ້າຮ່ວມກິດຈະກຳ ແຂ່ງຂັນສະມາດເບຣນ ຈິດຕະຄະນິດ ຊິງແຊມ ຄັ້ງທີ 2, ຈຸດປະສົງຂອງການຈັດງານແມ່ນເພື່ອ ສ້າງເວທີ ສະແດງອອກຕົວຕົນ ດ້ານຄວາມສາມາດ, ຄວາມກ້າຫານ, ກ້າສະແດງອອກ ທັງເປັນການສ້າງຄວາມຕື່ນເຕັ້ນທາງດ້ານຈິດໃຈ ໃນການແຂ່ງຂັນກັບຕົນເອງ, ແຂ່ງຂັນກັບເວລາ ແລະ ແຂ່ງຂັນກັບໝູ່ເພື່ອນຂອງຫຼານນ້ອຍນັກຮຽນ ເຊີ່ງພາຍໃນງານມີນັກຮຽນເຂົ້າຮ່ວມທັງໝົດ 70-90 ຄົນ. ພາຍໃນງານຄັ້ງນີ້ປະກອບດ້ວຍ ຄະນະກຳມະການເຂົ້າຮ່ວມໃນການຕັດສິນ, ຜູ້ປົກຄອງ, ນ້ອງໆອາສາສະໝັກຊ່ວຍວຽກ ແລະ ບຸກຄົນທົ່ວໄປທີ່ເຂົ້າມາຮ່ວມໃນການແຂ່ງຂັນຫຼາຍກວ່າ 300 ຄົນ. ພາຍໃນງານໄດ້ມີການແຂ່ງຂັນຄະນິດຄິດໄວ, ຫຼີ້ນເກມ ແລະ ກິດຈະກຳອື່ນໆ ອີກ ເພື່ອໃຫ້ຫຼານນ້ອຍນັກຮຽນ ໄດ້ສະແດງອອກໃນການແຂ່ງຂັນ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword