ສຄອຊ ລົງຢ້ຽມຢາມ ບໍລິສັດລາວຟອດ ຊີຕີ້ ຈຳກັດ(Lao Ford City)

ສຄອຊ ລົງຢ້ຽມຢາມ ບໍລິສັດລາວຟອດ ຊີຕີ້ ຈຳກັດ(Lao Ford City)

ໃນວັນທີ 08 ກໍລະກົດ 2020, ທ່ານ ພູໄຊ ເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາລາວ ພ້ອມດ້ວຍ ໜ່ວຍງານພົວພັນສະມາຊິກ, ປະຊາສຳພັນ ແລະ ຂໍ້ມູນຂ່າວສານ ໄດ້ລົງເຄື່ອນໄຫວຢ້ຽມຢາມ ບໍລິສັດລາວຟອດ ຊີຕີ້ ຈຳກັດ

ໂດຍການຕ້ອນຮັບ ຈາກ ທ່ານ Wayne MCINTOSH, ຜູ້ຈັດການທົ່ວໄປ ພ້ອມດ້ວຍຝ່າຍບໍລິຫານ, ຝ່າຍຂາຍຈາກຫ້ອງຂາຍ ລົດຍີ່ຫໍ້ Ford, Land Rover, Jaquar, ແລະ ສູນບໍລິການລົດຍົນ Quick Land. ຜະລິດຕະພັນ ແລະ ການບໍລິການດັ່ງກ່າວ ແມ່ນເປັນທີ່ຮູ້ຈັກດີ ໃນນາມ ກຸ່ມບໍລິສັດ ອາເອັມເອ (RMA Goup),

ເຊິ່ງໃນໄລຍະຜ່ານມາທີ່ເຄື່ອນໄຫວດຳເນີນທຸລະກິດຢູ່ ສປປລາວ ແມ່ນໄດ້ຈັດຝຶກອົບຮົມໃຫ້ພະນັກງານຄົນລາວພາຍໃນບໍລິສັດ, ປະກອບສ່ວນໃນວຽກງານ ອາຊີວະສຶກສາ, ໂດຍການຮັບນັກສຶກສາມາຮຽນຮູ້ພາກປະຕິບັດຕົວຈິງຢູ່ບໍລິສັດ ແລະ ມອບລົດໃຫ້ສະຖາບັນການສຶກສານຳໃຊ້ເຂົ້າໃນການສິດສອນ. ນອກຈາກນີ້, ຍັງໄດ້ໃຫ້ການສະໜັບສະໜູນທຶນການສຶກສາ ແລະ ສ້າງກິດຈະກຳຮັກສາສິ່ງແວດລ້ອມໃນງານບຸນປະເພນີຕ່າງໆ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword