ສຄອຊ ລົງຢ້ຽມຢາມ  ໂຮງງານ ວີເຄເຄ ອຸດສາຫະກຳ ຈຳກັດ

ສຄອຊ ລົງຢ້ຽມຢາມ ໂຮງງານ ວີເຄເຄ ອຸດສາຫະກຳ ຈຳກັດ

ໃນວັນທີ 19 ມິຖຸນາ 2020 ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ປອ ໄຊບັນດິດ ຮາຊະພົນ ຮອງປະທານກວດກາ ສຄອຊ ພ້ອມດ້ວຍຄະນະ ລົງຢ້ຽມຢາມ ໂຮງງານ ວິເຄເຄ ອຸດສາຫະກຳ ຈຳກັດ ເພື່ອເປັນການຊຸກຢູ້ ໃຫ້ກຳລັງໃຈ ສົ່ງເສີມການຜະລິດພາຍໃນໃຫ້ເຕີບໂຕ ແລະ ທົດແທ່ນການນຳເຂົ້າໃນອານາຄົດ.

ໃນການຢ້ຽມຢາມຄັ້ງນີ້ໄດ້ຮັບຟັງການລາຍງານ ຈາກ ທ່ານ ບຸນທະວົງ ບຸນເລີດ ປະທານ ໂຮງງານ ວີເຄເຄ ອຸດສາຫະກຳ ຈຳກັດ ກ່ຽວກັບປະຫວັດຄວາມເປັນມາຂອງ ໂຮງງານ ທີ່ເລິມດຳເນີນທຸລະກິດ ໄດ້ພົບ ຂໍ້ສະດວກ ແລະ ຂໍ້ຫຍຸງຍາກ ໃນການດຳເນີນທຸລະກິດ, ການພັດທະນາສ້າງໂຮງງານຈົນເຖິງປະຈຸບັນ, ນອກຈາກນີ້ ຍັງໄດ້ລາຍງານກ່ຽວກັບ ຜົນກະທົບຂອງ ພະຍາດ ໂຄວິດ 19 ທີ່ສົ່ງຜົນກະທົບຕໍ່ໂຮງງານພໍສົມຄວນເຮັດໃຫ້ຍອດການຂາຍຫຼຸດລົງໂດຍສະເພາະແມ່ນລູກຄ້າລາຍນ້ອຍຂາດໄປເຖິງ 70%. ເຖິງແນວໃດກໍຕາມທາງ ໂຮງງານຍັງດຳເນີນສືບຕໍ່ພັດທະນາຜະລິດຕະພັນໃຫ້ມີຄຸນນະພາບ, ຄວາມສະດວກໃນການນຳໃຊ້ ເພື່ອຕອບສະຫນອງຄວາມຕ້ອງການຂອງລູກຄ້າ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword