ສຄອຊ ໄດ້ຕ້ອນຮັບທ່ານ ນາງ Shalini Kanwar, ທ່ານ Kilian Murphy ພ້ອມດ້ວຍຜູ້ປະສານງານຂອງໂຄງການ ADPC ປະຈໍາ ສປປ ລາວ

ສຄອຊ ໄດ້ຕ້ອນຮັບທ່ານ ນາງ Shalini Kanwar, ທ່ານ Kilian Murphy ພ້ອມດ້ວຍຜູ້ປະສານງານຂອງໂຄງການ ADPC ປະຈໍາ ສປປ ລາວ

ທ່ານ ວິບູນ ສິດທິມໍລະດາ, ທ່ານ ສະເຫຼີມໄຊ ທ່ຽງທຳ, ໃນນາມຕາງໜ້າ ຄະນະບໍລິຫານງານ ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ,

ທັງເປັນ ຮອງປະທານ ຄະນະກຳມະທິການຕ່າງໜ້າຜູ້ໃຊ້ແຮງງານ ແລະ ອຸດສາຫະກຳ, ສຄອຊ, ທ່ານ ພູຂົງ ສອນວົງໄຊ, ຫົວໜ້າ ພະແນກ ພັດທະນາຜູ້ປະກອບການ ແລະ ກິດຈະການຕ່າງໜ້າຜູ້ໃຊ້ແຮງງານ, ສຄອຊ, ພ້ອມດ້ວຍ ວິຊາການ ໄດ້ຕ້ອນຮັບທ່ານ ນາງ Shalini Kanwar, ທ່ານ Kilian Murphy ພ້ອມດ້ວຍຜູ້ປະສານງານຂອງໂຄງການ ADPC ປະຈໍາ ສປປ ລາວ, ໃນວັນທີ 16 ພຶດສະພາ 2023, ທີ່ຫ້ອງປະຊຸມ ສູນບໍລິການ ອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ)
ຈຸດປະສົງ ຂອງການເຂົ້າພົບປະ ແລະ ຢ້ຽມຢາມ ສຄອຊ ໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ແລະ ບັນຫາທີ່ສຳຄັນໃນການເປັນຄູ່ຮ່ວມໃນການຮ່ວມມືຈັດຕັ້ງປະຕິບັດ, ທົບທວນແຜນກິດຈະກຳທີ່ຜ່ານມາ ແລະ ແຜນການຈະຈັດຕັ້ງປະຕິບັດໃນໄລຍະຕໍ່ໄປຂອງວຽກງານໄພພິບັດ ແລະ ການສ້າງຄວາມເຂັ້ມແຂງ ໃນແກ່ພາກສ່ວນເອກະຊົນໂດຍສະເພາະແມ່ນພາກທຸລະກິດໃຫ້ມີສ່ວນຮ່ວມໃນວຽກງານໄພພິບັດ ເວົ້າລວມກໍ່ແມ່ນການສ້າງຄວາມເຂັ້ມແຂງໃຫ້ແກ່ອົງການສາມຝ່າຍ (ກົມສັງຄົມສົງເຄາະ, ກະຊວງຮສສ (ໃນນາມພາກລັດຖະບານ), ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ໃນນາມຕາງໜ້າພາກເອກະຊົນ) ແລະ ຫ້ອງການປະສານງານອົງການຈັດຕັ້ງຂອງສັງຄົມລາວ (ໃນນາມຫ້ອງການຈັດຕັ້ງສັງຄົມລາວ)

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword