ພິທີເປີດ ຝຶກອົບຮົມໃນຫົວຂໍ້: ການບໍລິຫານຈັດການ “Management Training Program(MTP)

ພິທີເປີດ ຝຶກອົບຮົມໃນຫົວຂໍ້: ການບໍລິຫານຈັດການ “Management Training Program(MTP)

ພິທີເປີດ ຝຶກອົບຮົມໃນຫົວຂໍ້: ການບໍລິຫານຈັດການ “Management Training Program(MTP), ໃນວັນທີ 13-14/11/2024 ( 3 ວັນ), ທີ່ ໂຮງແຮມດອນຈັນພາເລດ.

ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (LNCCI)ໃຫ້ກຽດເປັນປະທານໃນທີ່ປະຊຸມ ແລະ ທ່ານ ນາງ ເມດະ ໂຢໂກະ ຕ່າງໜ້າ Association for Overseas Technical Scholarship (AOTS), ໃນກອງປະຊຸມດັ່ງກ່າວໄດ້ມີ ບັນດາຜູ້ປະກອບການ 23 ບໍລິສັດ ເຂົ້າຮ່ວມ ລວມທັງໝົດເປັນ ຈໍານວນ 67 ທ່ານ, ຍິງ 34 ທ່ານ
ບັນຍາຍ ແລະ ຖ່າຍທອດບົດຮຽນໂດຍ: ອາຈານຄົນຍີ່ປຸ່ນ
Mr. YAEGASHI Hitoshi, Trainer/Instructor for Corporate Training Programs (MTP, TWI, etc.), Japan Industrial Training Association (JITA)
ຜູ້ເຂົ້າຮ່ວມຝຶກອົບຮົມຈະໄດ້ຮຽນຮູ້:
* ວີທີການສ້າງແຮງຈູງໃຈໃຫ້ພະນັກງານໃນອົງກອນ, ການບໍລິຫານຊັບພະຍາກອນມະນຸດ.
* ການບໍລິຫານອົງກອນໃຫ້ແທດເໝາະກັບການຂະຫຍາຍຕົວຂອງທຸລະກິດ.
* ການເປັນຜູ້ບໍລິຫານ ທີ່ຮູ້ຈັດການໝູນໃຊ້ຜົນກະທົບຂອງທຸລະກິດ ໃຫ້ເປັນໂອກາດ ແລະ ເປັນຜົນປະໂຫຍດຕໍ່ທຸລະກິດ.
* ເຕັກນິກການສື່ສານແບບມີປະສິດທິຜົນ ໃນຂະແໜງການທຸລະກິດ.
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
In-Company Trainer Training (DCTSC & LNCCI)
Women’s Unit Of LNCCI
ສູນບໍລິການອາຊີວະສຶກສາແບບຄວບຄູ່ DCT Service Center

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword