ກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງການຄ້າ, ການບໍລິການຂົນສົ່ງ ແລະ ໂລຈິສຕິກ

ກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງການຄ້າ, ການບໍລິການຂົນສົ່ງ ແລະ ໂລຈິສຕິກ

ໃນຕອນເຊົ້າຂອງ ວັນທີ 22 ສິງຫາ 2023, ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸຸດສະຫະກຳ ແຫ່ງຊາດລາວ (ສຄອຊ), ໜ່ວຍງານປຶກສາຫາລືພາກທຸລະກິດຂະແໜງການຄ້າ, ການບໍລິການຂົນສົ່ງ ແລະ ໂລຈິສຕິກ

ໄດ້ຈັດກອງປະຊຸມປຶກສາຫາລືບັນຫາບູລິມະສິດຂະແໜງການຄ້າ, ການບໍລິການຂົນສົ່ງ ແລະ ໂລຈິສຕິກ ພາຍໃຕ້ຂະບວນການປຶກສາຫາລື ຂອງກອງປະຊຸມທຸລະກິດລາວ ໂດຍມີການເປັນປະທານຂອງ ທ່ານ ຈັນທອນ ສິດທິໄຊ, ຮອງປະທານ ສຄອຊ, ຫົວໜ້າໜ່ວຍງານປຶກສາຫາລືພາກທຸລະກິດ ຂອງຂະແໜງການດັ່ງກ່າວ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື, ແລກປ່ຽນຂໍ້ຄິດເຫັນ, ປະສົບການສິ່ງທ້າທາຍຕົວຈິງທີ່ຂະແໜງການພວກເຮົາພົບພໍ້ ບັນຫາທີ່ຕິດພັນກັບການດໍາເນີນທຸລະກິດຂອງຂະແໜງການຄ້າ, ການບໍລິການຂົນສົ່ງ ແລະ ໂລຈິສຕິກ ເພື່ອກໍານົດເອົາບັນຫາບູລິມະສິດຂອງຂະເເໜງການ ສະເໜີຕໍ່ພາກລັດ ເພື່ອພິຈາລະນາແກ້ໄຂ. ຜູ້ເຂົ້າຮ່ວມກອງປະຊຸມຄັ້ງນີ້ລວມທັງໝົດມີິ 50 ກວ່າທ່ານ ເຊິ່ງມາຈາກຫຼາຍໆພາກສ່ວນເຊັ່ນ: ຂົນສົ່ງ, ລົດໄຟລາວ-ຈີນ, ນໍາເຂົ້າ-ສົ່ງອອກ, ອັນຍະມະນີ, ຕັດຫຍິບ, ພານພາຫະນະ ແລະ ອຶ່ນໆ. ບັນຫາທີ່ໄດ້ຍົກຂຶ້ນ ເພື່ອປຶກສາຫາລືໃນກອງປະຊຸມມີດັ່ງນີ້:
• ການອຳນວຍຄວາມສະດວກໃນການບໍລິການ ຢູ່ທ່າບົກທ່ານາແລ້ງ
• ການໃຊ້ອັດຕາແລກປ່ຽນເພື່ອຮຽກເກັບເງິນ ຍັງມີສວ່ນຕ່າງກັນຫຼາຍກັບທະນາຄານທູລະກິດ
• ການຮັບປະກັນ ແລະ ຄວາມປອດໄພ ໃນການຄ່ຽນຖ່າຍ ສິນຄ້າ
• ຄ່າບໍລິການຍົກຍໍຄ່ຽນຖ່າຍສິນຄ້າ ຍັງມີຄວາມສັບສົນ ແລະ ປະຕິບັດບໍ່ເປັນເອກກະພາບ
• ການເກັບຄ່າທຳນຽມເພີ່ມ ເມື່ອລົດຂົນສົ່ງເກິນນຳ້ໜັກທີ່ກຳໜົດໄວ້
• ການສົ່ງອອກສິນຄ້າແຮ່ເຫຼັກ ແມ່ນຕ້ອງໄດ້ນຳສີນຄ້າໄປກວດຢູ່ທ່າບົກທ່ານນາແລ້ງ (ເຫັນວ່າເປັນການເພີ່ມຕົ້ນທຶນໃນການຂົ່ນສົ່ງ)
• ການອຳນວຍຄວາມສະດວກໃນການເຮັດໃບຢັ້ງຢືນ Certificate Origin (CO) ແລະ ຫັນເປັນ E-CO
• ການສົ່ງເສີມສິນຄ້າ ແລະ ຜູ້ຜະລິດພາຍໃນ (ໂດຍຈຳກັດການຍົກເວັ້ນພາສີການນຳເຂົ້າ)
ກອງປະຊຸມໄດ້ດໍາເນີນດ້ວຍບັນຍາກາດຟົດຟື້ນ, ມີລັກສະນະການປຶກສາຫາລືທີ່ສ້າງສັນ ເຊິ່ງ ບາດກ້າວຕໍ່ໄປ ໜ່ວຍງານປຶກສາຫາລື ຈະມີການສັງລວມລາຍລະອຽດບັນຫາ ແລະ ຂໍ້ສະເໜີບູລິມະສິດ ໃຫ້ກອງເລຂາກອງປະຊຸມທຸລະກິດລາວ ເພື່ອນໍາໄປພິຈາລະນາຄັດຈ້ອນເຂົ້າເປັນບັນຫາບູລິມະສິດ ໃນການສະເໜີຕໍ່ພາກລັດຖະບານໃນຂັ້ນຕອນຕໍ່ໄປຂອງກອງປະຊຸມທຸລະກິດລາວຄັ້ງທີ 15.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword