ກອງປະຊຸມພົບປະສ້າງເຄື່ອຄາຍທຸລະກິດ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ຈີນ ປະຈຳ ລາວ

ກອງປະຊຸມພົບປະສ້າງເຄື່ອຄາຍທຸລະກິດ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ສະພາການຄ້າ ຈີນ ປະຈຳ ລາວ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ຈີນ ປະຈຳ ລາວ ໄດ້ຈັດກອງປະຊຸມພົບປະສ້າງເຄື່ອຄາຍທຸລະກິດ, ໃນວັນທີ 3 ມີນາ 2023, ທີ່ ໂຮງແຮມ ລາວພາຊ່າ,

ໂດຍໄດ້ຮັບການສະໜັບສະໜຸນຫຼັກຈາກ ກຸ່ມ ບໍລິສັດ RMA ( Ford, JAGUAR, LAND-ROVER ) ໃຫ້ກຽດເປັນຄະນະປະທານຮ່ວມໂດຍ ທ່ານ ບຸນເຖິງ ດວງສະຫວັນ ຮອງ ລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ໄຊຊະນະ ສິດທີພອນ ຮອງປະທານ ຄະນະກຳມະການຮ່ວມມືລາວ ຈີນ, ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ, ທ່ານ ຈ້າວເຫວິນອີ ທີ່ປຶກສາເສດຖະກິດ ການຄ້າ ສະຖານທູດ ຈີນ ປະຈຳ ລາວ ແລະ ທ່ານ ຫຼີ ຈື້ ຢົງ ປະທານສະພາການຄ້າຈີນ ປະຈໍາລາວ
ຈຸດປະສົງຫຼັກຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອປຶກສາຫາລື ຮ່ວມມືກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ສະພາການຄ້າ ຈີນ ເພື່ອເປັນການສົ່ງເສີມສາຍພົວພັນໃຫ້ແກ່ນັກທຸລະກິດລາວ ແລະ ນັກທຸລະກິດຈີນໃຫ້ນັບມື້ນັບແໜ້ນແຟ້ນຂື້ນ ແລະ ເພື່ອຊອກຫາຊ່ອງທາງໃນການຮ່ວມທຸລະກິດນໍາກັນໃຫ້ມີປະສິດທິຜົນ ໂດຍຕ່າງຝ່າຍຕ່າງມີຜົນປະໂຫຍດ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword