ກອງປະຊຸມ ກອງເລຂາຄະນະກຳມະການແຮງງານ ສາມຝ່າຍ ຂັ້ນສູນກາງ

ກອງປະຊຸມ ກອງເລຂາຄະນະກຳມະການແຮງງານ ສາມຝ່າຍ ຂັ້ນສູນກາງ

ໃນວັນທີ 17 ມັງກອນ 2025, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ໄດ້ຈັດກອງປະຊຸມ ກອງເລຂາຄະນະກຳມະການແຮງງານ ສາມຝ່າຍ ຂັ້ນສູນກາງ

ໂດຍການເປັນປະທານ ຂອງ ທ່ານ ພົງສະຫວັນ ໄຊໂກສີ, ຫົວໜ້າ ກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ໃນນາມ ຫົວໜ້າກອງເລຂາຄະນະ), ທ່ານ ນາງ ດາວວະດີງ ພີລະໄຊພິທັກ, ຮອງເລຂາທິການ ສຄອຊ, ຜູ້ຊີ້ນຳວຽກງານ ພະແນກພັດທະນາຜູ້ປະກອບການ ແລະ ກິດຈະກຳຕາງໜ້າຜູ້ໃຊ້ແຮງງານ ສຄອຊ, (ເປັນປະທານຮ່ວມ) ມີ ທ່ານ ອະທິລັດ ອຸດົມເດດ, ຮອງຫົວໜ້າກົມປົກປ້ອງແຮງງານ, ສູນກາງສະຫະພັນກຳມະບານ ມີບັນດາຕາງໜ້າ ຄະນະກົມ ຈາກສູນກາງສະຫະພັນກຳມະບານລາວ, ສະຖາບັນພັດທະນາສີມີແຮງງານ, ກົມການຈັດຫາງານ, ຮສສ ມີຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການໃນນາມເປັນຜູ້ຊ່ວຍຂອງກອງເລຂາຄະນະກຳມະການແຮງງານຂອງອົງການໄຕພາຄີ ສາມຝ່າຍ ເຂົ້າຮ່ວມ.
ຈຸດປະສົງ ແມ່ນເພື່ອປືກສາຫາລື, ທົບທວນ ບັນຫາ ແລະ ສິ່ງທ້າທ້າຍ ໂດຍອີງໃສ່ກອງປະຊຸມປືກສາຫາລື ສາມຝ່າຍຂັ້ນສູນກາງ ຄັ້ງທີ I ແລະ ພ້ອມກັນນັ້ນປືກສາຫາລຶແຜນການຮ່ວມມືຕໍ່ໜ້າຂອງອົງການໄຕພາຄີສາມຝ່າຍ ເພື່ອສະເໜີເຂົ້າໃນການປືກສາຫາລືກອງປະຊຸມຄະນະກຳມະການແຮງງານ ສາມຝ່າຍ ຂັ້ນສູງ ຄັ້ງທີ II ທີ່ ທາງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຈະເປັນເຈົ້າພາບຈັດກອງປະຊຸມດັ່ງກ່າວ.

Related Posts

ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ນະຄອນຫຼວງວຽງຈັນ, 03 ເມສາ 2025. ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຄືນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນປີຜ່ານມາ ທີ່ແນໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ ສປປ ລາວ.…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more

Enter your keyword