ກອງປະຊຸມສ້າງແຜນຄວາມຍືນຍົງຂອງ ສູນບໍລິການ ອາຊີວະສືກສາແບບຄວບຄູ່ (ອສຄ)
ເມືອງ ວັງວຽງ – ແຂວງ ວຽງຈັນ, ໃນວັນທີ 17-18 ກຸມພາ 2026, ທີ່ ໂຮງແຮມ ຝຶກປະຕິບັດ ໄດ້ຈັດກອງປະຊຸມສ້າງແຜນຄວາມຍືນຍົງຂອງ ສູນບໍລິການ ອາຊີວະສືກສາແບບຄວບຄູ່ (ອສຄ).
ໃຫ້ກຽດເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ນາງ ສຸໄພວັນ ທ່ຽງຈັນໄຊ, ຄະນະບໍລິຫານງານ ສຄອຊ, ໃນນາມຮອງຫົວໜ້າ ຄະນະຊີ້ນຳສູນບໍລິການ ອາຊີວະສືກສາແບບຄວບຄູ່ ໄດ້ເປັນປະທານກ່າວເປີດກອງປະຊຸມສ້າງແຜນຄວາມຍືນຍົງຂອງ ສູນບໍລິການ ອາຊີວະສືກສາແບບຄວບຄູ່ ມີບັນດາ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) , ຄະນະຊີ້ນຳສູນບໍລິການອາຊີວະສືກສາແບບຄວບຄູ່, ກົມອາຊີວະສືກສາ, ຫ້ອງການສະພາການທີ່ປືກສາອາຊີວະສືກສາ, ຕ່າງໜ້າ ຈາກວິທະຍາໄລເຕັກນິກ-ວິຊາຊີບ ແຂວງ ຫຼວງພະບາງ ແລະ ແຂວງ ວຽງຈັນ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ສະຖານປະກອບການຄູ່ຮ່ວມງານການຈັດຕັ້ງປະຕິບັດ ອສຄ, ຊ່ຽວຊານຈາກໂຄງການ ພັດທະນາອາຊີວະສຶກສາ ໃນ ສປປ ລາວ (GIZ-VELA) ພ້ອມດ້ວຍທີີມງານວິຊາການ ສູນບໍລິການອາຊີວະສືກສາແບບຄວບຄູ່ ເຂົ້າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອ ປະເມີນສະຖານະການປະຈຸບັນ, ສ້າງວິໄສທັດ, ຮ່າງແຜນຍຸດທະສາດຄວາມຍິືນຍົງ ພ້ອມຂໍ້ແນະນຳ ແລະ ແນວທາງ ໃນການນຳແຜນຍຸດທະສາດໄປຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວກິດຈະກຳຂອງວຽກງານຂອງ ສູນບໍລິການ ອາຊິວະສືກສາແບບຄວບຄູ່.
ກອງປະຊຸມໄດ້ສະຫຼຸບສັງລວມເອົາຄຳຄິດເຫັນ, ຂໍ້ສະເໜີຈາກຜູ້ເຂົ້້າຮ່ວມທຸກທ່ານ ເພື່ອສ້າງເປັນແຜນງານ, ອອກແບບ ແລະ ກຳນົດກິດຈະກຳ ການບໍລິການຂອງ ສູນບໍລິີການ ອສຄ ໃຫ້ມີຄວາມສອດຄ່ອງ ແລະ ປັບປຸງກົນໄກການປະສານງານກັບຄູ່ຮ່ວມງານ, ກະຊວງກ່ຽວຂ້ອງໃນວຽກງານສ້າງ ແລະ ພັດທະນາທັກສະສີມືແຮງງ, ສະຖານປະກອບການ ແລະ ສຄອ ແຂວງ ໃຫ້ມີປະສິທິພາບດີຂື້ນ.

