ກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບແຜນງານ FLEGT/TLAS

ກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບແຜນງານ FLEGT/TLAS

ກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບແຜນງານ FLEGT/TLAS, ໃນວັນທີ 1-2 ພະຈິກ 2022, ທີ່ ໂຮງແຮມ ທະວີສຸກ ເມືອງວັງວຽງ

ທ່ານ ປອ ໄຊບັນດິດ ຣາຊະພົນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ພ້ອມຄະນະບໍລິຫານງານ ສຄອຊ, ຕາງໜ້າຈາກສະມາຄົມເຟີນີເຈີ, ຕາງໜ້າຈາກສະມາຄົມ ອຸດສາຫະກຳ ປຸງແຕ່ງໄມ້ ແລະ ວິຊາການທີ່ກ່ຽວຂ້ອງ ໄດ້ເຂົ້າຮ່ວມ ກອງປະຊຸມປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບແຜນງານ FLEGT/TLAS, ຈຸດປະສົງ ຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືກ່ຽວກັບແຜນງານ ຂອງ FLEGT/TLAS ເພື່ອກໍານົດ ທີ່ຈະຊ່ວຍພັດທະນາ ແລະ ສ້າງຄວາມອາດສາມາດ ໃຫ້ແກ່ຜູ້ປະກອບການ, ບຸກຄະລາກອນໃນຂົງເຂດກ່ຽວຂ້ອງໃຫ້ເຂັ້ມແຂງກວ່າເກົ່າ, ກຳນົດແຜນງານລາຍລະອຽດ, ງົບປະມານ ແລະ ກອບເວລາ ໃນການຈັດຕັ້ງປະຕິບັດແຕ່ລະກິດຈະກຳທີ່ກ່ຽວຂ້ອງ FLEGT/TLAS ໂດຍການສະໜັບສະໜູນຂອງໂຄງການ FLEGT/TLAS, project, GIZ . ກອງປະຊຸມດັ່ງກ່າວໄດ້ ດໍາເນີນເປັນເວລາ ສອງວັນ.

 

Related Posts

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະຢ້ຽມຢາມສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ, ສ.ປ ຈີນ

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະຢ້ຽມຢາມສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ, ສ.ປ ຈີນ

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະຢ້ຽມຢາມສະພາການຄ້າ ແລະ ອຸດສາຫະກຳ ແຂວງ ຢູນນານ, ສ.ປ ຈີນ…Read more

Enter your keyword