ກອງປະຊຸມ ສົ່ງເສີມການຄ້າສອງຝ່າຍ ລາວ-ຫວຽດ ປະຈຳປີ 2022

ກອງປະຊຸມ ສົ່ງເສີມການຄ້າສອງຝ່າຍ ລາວ-ຫວຽດ ປະຈຳປີ 2022

ກອງປະຊຸມ ສົ່ງເສີມການຄ້າສອງຝ່າຍ ລາວ-ຫວຽດ ປະຈຳປີ 2022, ໃນວັນທີ 25 ພະຈິກ 2022,ທີ່ ໂຮງແຮມເມືອງແທ່ງ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ ແລະ ກົມການຕະຫຼາດອາຊີ ອາຟຣິກາ, ກະຊວງການຄ້າ ສສ. ຫວຽດນາມ ໄດ້ຮ່ວມກັນຈັດກອງປະຊຸມ ເວທີສົ່ງເສີມການຄ້າສອງຝ່າຍ ລາວ-ຫວຽດນາມ ປະຈຳປີ 2022 ຂື້ນ ທີ່ ໂຮງແຮມເມືອງແທ່ງ


ທ່ານ ບຸນເລີດ ຫຼວງປະເສີດ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ເຂົ້າຮ່ວມກອງປະຊຸມ ສົ່ງເສີມການຄ້າສອງຝ່າຍ ລາວ-ຫວຽດ ປະຈຳປີ 2022 ໂດຍການເປັນປະທານຂອງ ທ່ານ ສົມວິໄຊ ວົງທິລາດ, ຮອງຫົວໜ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ ສປປ ລາວ, ທ່ານ ໂດ້ ກວັກ ຮຶງ, ຮອງຫົວໜ້າກົມການຕະຫຼາດອາຊີ ອາຟຣິກາ, ກະຊວງການຄ້າ ສສ. ຫວຽດນາມ ແລະ ທ່ານ ໂຮ່ ດຶກ ຢຸງ ທູດການຄ້າ ຫວຽດນາມ ປະຈຳ ສປປ ລາວ
ເຊິ່ງໃນນາມ ສະພາການການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ລະດົມຂົນຂວາຍນັກທຸລະກິດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ໃນຂະແໜງການຕ່າງໆເຊັ່ນ: ການຄ້າ, ຂົນສົ່ງ, ກະສິກຳ ແລະ ການບໍລິການ, ເຊິ່ງນຳພາໂດຍ ທ່ານ ທ່ານ ບຸນເລີດ ຫຼວງປະເສີດ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການສະເຫຼີມສະຫຼອງ 2 ປີສາມັກຄີມິດຕະພາບ ລາວ-ຫວຽດນາມ, ຫວຽດນາມ-ລາວທເຊິ່ງເປັນຂີດໝາຍປະຫວັດສາດຂອງການສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ການເຊັນສົນທິສັນຍາມິດຕະພາບ ລາວ-ຫວຽດນາມ ຄົບຮອບ 45 ປີ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword