ກອງປະຊຸມ ກວດຜ່ານ ແລະ ຮັບຮອງ ມາດຕະຖານອາຊີບແຫ່ງຊາດ ອາຊີບ ຜູ້ຊ່ວຍສັດຕະວະແພດ ລະດັບ5.
ແຂວງວຽງຈັນ – ໃນວັນທີ 13-17 ຕຸລາ 2025, ທີ່ ຫ້ອງປະຊຸມໂຮງແຮມຝຶກປະຕິບັດ ຂອງວິທະຍາໄລເຕັກນິກ (ວິທະຍາເຂດວັງວຽງ) ທ່ານ ນາງ ດາວວະດິງ ພິລະໄຊພິທັກ,
ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດ, ໄດ້ຮ່ວມເປັນປະທານ ກອງປະຊຸມ ກວດຜ່ານ ແລະ ຮັບຮອງ ມາດຕະຖານອາຊີບແຫ່ງຊາດ ອາຊີບ ຜູ້ຊ່ວຍສັດຕະວະແພດ ລະດັບ5. ພາຍໃຕ້ການ ເປັນປະທານ ຂອງທ່ານ ວິໄລພອນ ພົມມະຫາໄຊ ຫົວໜ້າກົມອາຊີວະສຶກສາ ແລະ ປະທານຮ່ວມ ໂດຍ ທ່ານ ສຸລິສັກ ສຸພັນທອງ ຮອງຫົວໜ້າ ສະຖາບັນພັດທະນາສີມືແຮງງານ, ທ່ານ ຮສ ປອ ບຸນເສັງ ຄໍາມຸນຕີ ຜູ້ອໍານວຍການສະຖາບັນພັດທະນາອາຊີວະສຶກສາ ແລະ ທ່ານ ນາງ Jonika Paulsen ຊ່ຽວຊານໂຄງການອາວຸໂສ ໂຄງການ STAF ພ້ອມດ້ວຍຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆທີ່ກ່ຽວຂ້ອງເຊັ່ນ: ສະຖາບັນພັດທະນາສີມືແຮງງານ, ສະຖາບັນພັດທະນາອາຊີວະສຶກສາ, ກົມປະກັນຄຸນນະພາບການສຶກສາ (ສສກ), ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ (ສຄອຊ), ວິທະຍາໄລເຕັກນິກ ກະສິກໍາດົງຄໍາຊ້າງ, ວິທະຍາໄລເຕັກນິກ ແຂວງວຽງຈັນ, ວິທະຍາໄລເຕັກນິກ ວິຊາຊີບແບບປະສົມ ແຂວງຊຽງຂວາງ, ວິທະຍາໄລເຕັກນິກ ວິຊາຊີບແບບປະສົມ ແຂວງອຸດົມໄຊ, ວິທະຍາໄລເຕັກນິກ ວິຊາຊີບ ແຂວງຄໍາມ່ວນ, ວິທະຍາໄລເຕັກນິກ ວິຊາຊີບ ແຂວງສະຫັວນນາເຂດ, ຄີນິກ ປົວສັດ ວັນນາລີ, ຄີນິກ ສັດຕະວະແພດ ສີສະໄໝ ແລະ ຟາມສົມບູນພູນສຸກ, ພະແນກສັດຕະວະແພດ ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ພາກວິຊາສັດຕະວະແພດ ຄະນະກະເສດສາດ ມຊ, ວິທະຍາໄລກະສິກໍາ ແລະ ປ່າໄມ້ພາກເໜືອ (ຫຼວງພະບາງ), ວິທະຍາໄລກະສິກໍາ ແລະ ປ່າໄມ້ (ບໍລິຄໍາໄຊ), ວິທະຍາໄລກະສິກໍາ ແລະ ປ່າໄມ້ (ສະຫັວນນະເຂດ), ວິທະຍາໄລກະສິກໍາ ແລະ ປ່າໄມ້ (ຈໍາປາສັກ) ລວມທັງໝົດ 35 ທ່ານ, ຍິງ 13 ທ່ານ.
ຈຸດປະສົງຂອງປະຊຸມໃນຄັ້ງນີ້ແມ່ນ:1. ກວດແກ້ຄວາມຖືກຕ້ອງ, ກວດຜ່ານ ແລະ ຮັບຮອງ ມາດຕະຖານອາຊີບແຫ່ງຊາດ ອາຊີບ ຜູ້ຊ່ວຍສັດຕະວະແພດ ລະດັບ5,
2. ເພື່ອເຮັດໃຫ້ ອາຊີບດັ່ງກ່າວ ໄດ້ຈັດຕັ້ງປະຕິບັດການຮຽນ ການສອນຢູ່ໃນສະຖານອາຊີວະສຶກສາ ແລະ ສະຖານປະກອບການ.
