ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືກັນຈັດຕັ້ງປະຕິບັດໂຄງການ ລາວຍືນຍາວ (Lasting Lao)
ນະຄອນຫຼວງວຽງຈັນ – ໃນວັນທີ 18 ພະຈິກ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ສຄອຊ ຮ່ວມກັບ ກົມສົ່ງເສີມຈຸນລະວິສາຫະກິດຂະຫນາດນ້ອຍ ແລະ ກາງ,
ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ການຮ່ວມມືກັນຈັດຕັ້ງປະຕິບັດໂຄງການ ລາວຍືນຍາວ (Lasting Lao) ລະຫວ່າງ ກົມສົ່ງເສີມຈຸນລະວິສາຫະກິດຂະຫນາດນ້ອຍ ແລະ ກາງ ກະຊວງອຸດສາຫະກໍາ ແລະ ການຄ້າ ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ໂດຍເປັນປະທານຮ່ວມຂອງທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ນາງ ມະນີວອນ ວົງໄຊ, ຫົວໜ້າກົມສົ່ງເສີມຈຸນລະວິສາຫະກິດຂະຫນາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍຕາງຫນ້າຈາກບັນດາພະແນກກ່ຽວຂ້ອງ ຈາກກະຊວງອຸດສະຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວເຂົ້າຮ່ວມງານໃນຄັ້ງນີ້.
ຈຸດປະສົງຂອງການເຊັ່ນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ສ້າງຂື້ນເພື່ອເປັນບ່ອນອີ່ງ ແລະ ການຢັ້ງຢືນການເປັນຄູ່ຮ່ວມງານ ລະຫວ່າງ ກົມສົ່ງ ເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອູດສາຫະກໍາແຫ່ງຊາດລາວ ເພື່ອຮ່ວມມືກັນຈັດຕັ້ງປະຕິບັດ ໂຄງການ “ລາວຍືນຍາວ – ສົ່ງເສີມຜູ້ປະກອບການໄວໜຸ່ມ ແລະ ຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຕ່ອງໂສ້ອຸດສາຫະກໍາທ່ອງທ່ຽວລາວ ເພື່ອຈັດຕັ້ງປະຕິບັດ ແລະ ສົ່ງເສີມການອຸປະໂພກບໍລິໂພກ ແລະ ການຜະລິດແບບຍືນຍົງ, ເສດຖະກິດໝູນວຽນ ແລະ ການສ້າງວຽກເຮັດງານທຳທີ່ມີຄຸນຄ່າ”(Lasting Laos) ເພື່ອອໍານວຍຄວາມສະດວກໃນການຈັດຕັ້ງປະຕິບັດ, ການໃຫ້ການສະຫນັບສະໜູນດ້ານຂໍ້ມູນນະໂຍບາຍ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ຫົວໜ່ວວຍທຸລະກິດຂະໜາດນ້ອຍ ແລະ ກາງ ໂດຍຜ່ານບັນດາກິດຈະກໍາຕ່າງໆທີ່ກ່ຽວຂ້ອງທີ່ໄດ້ກໍານົດໃນໂຄງການ ເພື່ອໃຫ້ສາມາດຮັບປະກັນປະ ສິດທິພາບຂອງການຈັດຕັ້ງປະຕິບັດວຽກງານຂອງໂຄງການໃນຕົວຈິງ ເພື່ອໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິຜົນສູງສຸດ ແລະ ບັນລຸຕາມການດໍາເນີນແຜນງານຂອງໂຄງການໃນອານາຄົດ. ເຊິ່ງການຮ່ວມມືໃນຄັ້ງນີ້ກໍ່ແມ່ນຄັ້ງທີ່ສອງ ຕໍ່ຈາກໂຄງການ SUSTOUR ທີ່ສອງພາກສ່ວນໄດ້ຮ່ວມກັນຈັດຕັ້ງປະຕິບັດຈົນປະສົບຜົນສໍາເລັດໃນ ປີ 2024 ທີ່ຜ່ານມາ ຈົນສາມາດນໍາມາສືບຕໍ່ຈັດຕັ້ງປະຕິບັດເຂົ້າໃນໂຄງການ ລາວຍືນຍາວ (Lasting Laos).
