ພິທີເຊັນບົດບັນທືກຄວາມເຂົ້າໃຈ ລະຫ່ວາງ ສຄອຊ ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ

ພິທີເຊັນບົດບັນທືກຄວາມເຂົ້າໃຈ ລະຫ່ວາງ ສຄອຊ ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ

ໃນຕອນເຊົ້າ ຂອງວັນທີ 26 ມັງກອນ ເວລາ 09:00 ໂມງ, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີພິທີເຊັນບົດບັນທືກຄວາມເຂົ້າໃຈ ລະຫ່ວາງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ( ສຄອຊ ) ແລະ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫາຊົນ.

ໃຫ້ກຽດລົງນາມເຊັນໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ມາກ ລູວັນ ຜູ້ຈັດການທົ່ວໄປ ບໍລິສັດ ປີໂຕຣລ້ຽມເທຣດດິ້ງລາວ ມະຫານຊົນ, ມີຜູ້ເຂົ້າຮ່ວມຈາກ ຕ່າງໜ້າຈາກຄະນະ ປະທານ ແລະ ຄະນະບໍລິຫານງານ ສຄອຊ, ກຸ່ມ, ສະມາຄົມ ແລະ ຫົວໜ່ວຍທຸລະກິດ ລວມແຂກທີ່ຖືກເຊີນເຂົ້າຮ່ວມທັງໝົດ ປະມານ 60 ກ່ວາທ່ານ

ເນື້ອໃນ ບົດບັນທຶກຄວາມເຂົ້າໃຈ ໄດ້ຕົກລົງເຫັນດີ: ໂດຍທາງບໍລິສັດ ປີໂຕຣລ້ຽມເທຣດດີ້ງລາວ ມະຫາຊົນ ຈະເປັນຄູ່ຮ່ວມຍຸດທະສາດ ສະໜັບສະໜູນງານວາງສະແດງ ຜະລິດຕະພັນລາວ Made in Laos, ໃນລະຍະເວລາ 3 ປີ, ເລີ້ມແຕ່ປີ 2021-2023, ໂດຍຈະໃຫ້ການສະໜັບສະໜູນເປັນມູນຄ່າ 200,000,000ກີບ/ປີ ຈຸດປະສົງ: ການຕົກລົງຮ່ວມມື ເປັນຄູ່ຮ່ວມຍຸດທະສາດ ສະໜັບສະໜູນງານວາງສະແດງ ຜະລິດຕະພັນລາວ Made in Laos ກໍ່ເພື່ອເປັນການຊຸກຍູ້ ຜູ້ປະກອບການ ຫົວໜ່ວຍທຸລະກິດທີ່ໄດ້ຮັບຜົນກະທົບການແຜ່ລະບາດເຊື່ອພະຍາດ Covid 19 ສາຍພັນໃໝ່ ແລະ ພ້ອມດຽວກັນນັ້ນກໍ່ເປັນການສົ່ງເສີມຜະລິດຕະພັນລາວທົ່ວປະເທດ ແລະ ຍົກລະດັບຄຸນນະພາບຂອງຜະລິດຕະພັນລາວໃຫ້ມີຄຸນນະພາບທຽບເທົ່າລະດັບສາກົນ ໂດຍສະເພາະແມ່ນຜະລິດຕະພັນທ້ອງຖິ່ນໃຫ້ກາຍເປັນສິນຄ້າທີ່ໄດ້ມາດຕະຖານສາມາດເປັນທີ່ຍອມຮັບທັງພາຍໃນ ຕ່າງປະເທດ ການຊຸກຍູ້ສົ່ງເສີມເຊິ່ງກັນ ແລະ ກັນ ໃນການມີສ່ວນຮ່ວມ ໃນການສ້າງສາພັດທະນາເສດຖະກິດຂອງຊາດ

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword