ບໍລິສັດ ແລະ 1 ໂຮງຮຽນເຊັນສັນຍາບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືທຸລະກິດທາງດ້ານການສຶກສາຍຸກເທັກໂນໂລຢີ

ບໍລິສັດ ແລະ 1 ໂຮງຮຽນເຊັນສັນຍາບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືທຸລະກິດທາງດ້ານການສຶກສາຍຸກເທັກໂນໂລຢີ

ໃນວັນທີ 10 ທັນວາ 2020 ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ໄດ້ມີພິທີເຊັນສັນຍາບົດບັນທຶກຄວາມເຂົ້າໃຈຮ່ວມມືລະຫວ່າງ ໂຮງຮຽນ ເຕັກນິກ ວິຊາຊິບ ເວດສະພົງ ( Vetsaphong Technical & Vocational School ),

ບໍລິສັດ ສະມາດເທັກໂນໂລຢີ ຈຳກັດ ( Smart Technology Co.,LTD ), ບໍລິສັດ ມິດຕະພາບບໍລິການ ຈັດຫາງານຈຳກັດຜູ້ດຽວ (Friendship Employment Service Sole Co., LTD), ໄດ້ຈັດຂື້ນ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ໂດຍເປັນກຽດເຂົ້າຮ່ວມ ເປັນປະທານຂອງທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ, ທ່ານ ຄໍາພຽງ ແກ້ວລັງສີ ຜູ້ອໍານວຍການໃຫຍ່ໂຮງຮຽນ ເຕັກນິກ ວິຊາຊິບ ເວດສະພົງ, ທ່ານ ພູທອງ ພົນວິໄຊ ຜູ້ອໍານວຍການໃຫຍ່ບໍລິສັດ ສະມາດເທັກໂນໂລຢີ ຈຳກັດ, ທ່ານ ທອງຄູນ ຄໍາມີຄອນ ຜູ້ອໍານວຍການໃຫຍ່ ບໍລິສັດ ມິດຕະພາບບໍລິການ ຈັດຫາງານຈຳກັດຜູ້ດຽວ,  ພ້ອມດ້ວຍແຂກທີ່ເຊີນ ແລະ ພາກສ່ນທີ່ກ່ຽວຂ້ອງທັງ 3 ຝ່າຍເຂົ້າຮ່ວມເປັນພິຍານ.

ໃນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ທັງ 3 ຝ່າຍໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບ ການຮ່ວມມືທຸລະກິດທາງດ້ານການສຶກສາຍຸກເທັກໂນໂລຢີ  ‘’ລະບົບບັນຊີ ຍຸກດີຈິຕອນ, ລະບົບບໍລິຫານພະນັກງານ ແລະ ລະບົບເຄືອຂ່າຍ’’ ແລະ ການຈັດຫາວຽກເຮັດງານທຳ ໂດຍການຝືກອົບຮົມລະບົບບັນຊີທີທັນສະໄໝ ແລະ ລະບົບພະນັກງານທີທັນສະໄໝ ໂດຍການນຳໃຊ້ຊ໋ອບແວ ( ໂປຼແກຼມ) ແລະ ລະບົບບໍລິຫານຈັດການບັນຊີຍຸກໃໝ່, ຝືກອົບຮົມລະບົບໄອທີຫ້ອງການເຊັ່ນ: ການນຳໃຊ້ ແລະ ຕິດຕັ້ງເຄື່ອງພິມຫ້ອງການ, ຄອມພີວເຕີຫ້ອງການ, ອຸປະກອນເນັດເວີກຫ້ອງການ ແລະ ອື່ນໆ ທີ່ຈໍາເປັນສໍາລັບໄອທີຫ້ອງການ, ຝືກອົບຮົມການອອກແບບກຣາບຟິກ AI, PS, ຝືກອົບຮົມລະບົບອຸປະກອນເຄືອຂ່າຍ TP-link ໃຫ້ກັບນັກຮຽນ, ນັກສຶກສາ ຜູ້ປະກອບການ ແລະ ພະນັກງານຂອງຫົວໜ່ວຍທຸລະກິດຕ່າງໆໃນຂອບເຂດທົ່ວປະເທດ, ອອກໃບຢັ້ງຢືນການຝືກອົບຮົມໃຫ້ນັກຮຽນທີຜ່ານການສອບເສັງ, ເກັບຂໍ້ມູນ, ຕຳແໜ່ງທີ່ຕະຫຼາດແຮງງານ ມີຄວາມຕ້ອງການໃນແຕ່ລະສາຂາອາຊີບ, ສະໜອງແຮງງານໃຫ້ແກ່ລູກຄ້າ ( ຜູ້ປະກອບການ ) ພາຍຫຼັງທີຜ່ານການຝືກອົບຮົມມາແລ້ວ ແລະ ລົງຕິດຕາມການປະເມີນຜົນຄວາມສາມາດຂອງແຮງງານໃນການປະຕິບັດໜ້າທີຮັບຜິດຊອບໃນແຕ່ລະບ່ອນ.

Write a Message

Your email address will not be published.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword