ພິທິເຊັນບົດບັນທຶກຂໍ້ຕົກລົງການຮ່ວມມື ລະຫວ່າງ ສູນບໍລິການອາຊີວະສຶກສາແບບຄວບຄູ່ (DCT SC) ແລະ ບໍລິສັດ ເອັສເອັສ ອິນເຕີເນຊັນແນວ ຈຳກັດຜູ້ດຽວ(SSI)

ພິທິເຊັນບົດບັນທຶກຂໍ້ຕົກລົງການຮ່ວມມື ລະຫວ່າງ ສູນບໍລິການອາຊີວະສຶກສາແບບຄວບຄູ່ (DCT SC) ແລະ ບໍລິສັດ ເອັສເອັສ ອິນເຕີເນຊັນແນວ ຈຳກັດຜູ້ດຽວ(SSI)

ໃນຕອນບ່າຍຂອງວັນທີ 29 ພະຈິກ 2021 ທີ່ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີພິທິເຊັນບົດບັນທຶກຂໍ້ຕົກລົງການຮ່ວມມື ລະຫວ່າງ ສູນບໍລິການອາຊີວະສຶກສາແບບຄວບຄູ່ (DCT SC) ແລະ ບໍລິສັດ ເອັສເອັສ ອິນເຕີເນຊັນແນວ ຈຳກັດຜູ້ດຽວ (SSI)ໃນຈັດການຮ່ວມມືຈັດຝຶກອົບຮົມ ເຜີຍແຜ່ວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ ລະຫວ່າງ ທ່ານ ນາງ ດາວວະດິງ ພິລະໄຊພິທັກ ຮອງເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຜູ້ຊີ້ນຳວຽກງານສູນບໍລິການ ອາຊີວະສຶກສາແບບຄວບຄູ່ (Dual-Cooperative Training Service Center)  ແລະ ທ່ານ ວິບູນ ສິດທິມໍລະດາ ຜູ້ອຳນວຍການບໍລິສັດ ເອັສເອັສ ອິນເຕີເນຊັນແນວ ຈຳກັດຜູ້ດຽວ (SS International Sole Co.,Ltd)

ຈຸດະສົງຂອງການຮ່ວມມືຄັ້ງນີ້ແມ່ນເພື່ອແລກປ່ຽນຂໍ້ມູນຂ່າວສານ, ເຜີຍແຜ່ຈັດກິດຈະກຳສຳມະນາ, ໃຫ້ຄຳແນະນຳ ແລະ ປູກຈິດສຳນຶກສຳນຶກກ່ຽວກັບຄວາມປອດໄພແຮງງານ ຕໍ່ສັງຄົມ, ລວມເຖິງການຝຶກອົບຮົມ ຄວາມປອດໄພ ແລະ ສຸຂະພາບແຮງງານ  ໃຫ້ກັບ ສະມາຊິກ ສຄອຊ ແລະ ຫົວໜ່ວຍທຸລະກິດ ທີ່ມີຄວາມສົນໃຈໃນວຽກງານດັ່ງກ່າວ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword