Mr. Oudet Souvannavong received the Certificate of Commendation from Japanese Foreign Minister Motegi Toshimitsu

Mr. Oudet Souvannavong received the Certificate of Commendation from Japanese Foreign Minister Motegi Toshimitsu

ໃນວັນທີ 7 ມັງກອນ 2021, ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ (LNCCI) ແລະ ທ່ານ ວິຣະຈິດ ພິລາພັນເດດ, ຜູ້ອຳນວຍການໃຫຍ່  ມູນນິທິສົ່ງເສີມການສຶກສາ, ໄດ້ຮັບໃບຍ້ອງຍໍຈາກ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຍີ່ປຸ່ນ.

ໃບຍ້ອງຍໍນີ້ ຖືກມອບໃຫ້ໂດຍ ພະນະທ່ານ ທາເກວະກະ ເຄໂຊ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ. ພິທີດັ່ງກ່າວຖືກຈັດຂຶ້ນທີ່ບ້ານຂອງ ເອກອັກຄະຣາຊະທູດຍີ່ປຸ່ນ ໃນ ນະຄອນຫຼວງວຽງຈັນ.

ໃນລະຫວ່າງພິທີ, ທ່ານທູດ ທາເກວະກະ ໄດ້ກ່າວສະແດງຄວາມຊົມເຊີຍ ທ່ານ ອຸເດດ ແລະ ທ່ານ ວິຣະຈິດ ຕໍ່ຜົນສຳເລັດໃນການສົ່ງເສີມຄວາມເຂົ້າໃຈຮ່ວມກັນລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ. ເຂົ້າຮ່ວມພິທີໃນຄັ້ງນີ້ປະກອບມີ ພະນະທ່ານນາງ ເຂັມມະນີ ພົນເສນາ, ລັດຖະມົນຕີກະຊວງອຸດສະຫະກຳ ແລະ ການຄ້າ; ພະນະທ່ານ ດຣ. ປອນເມກ ດາລາລອຍ, ອະດີດປະທານສະມາຄົມມິດຄະພາບລາວ-ຍີ່ປຸ່ນ; ພະນະທ່ານ ເຄນທອງ ນວນທະສິງ, ຮອງປະທານຄະນະກຳມາທິການຕ່າງປະເທດ ປະຈຳ ສະພາແຫ່ງຊາດ, ແລະ ປະທານຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ; ບັນດາແຂກຜູ້ມີກຽດຈາກກະຊວງທີ່ກ່ຽວຂ້ອງ; ຄອບຄົວ ແລະ ໝູ່ເພື່ອນຂອງຜູ້ທີ່ໄດ້ຮັບໃບຍ້ອງຍໍ ລວມທັງຜູ້ຕາງໜ້າຈາກອົງການຈັດຕັ້ງຕ່າງໆຂອງ ຍີ່ປຸ່ນ ໃນ ສປປ ລາວ.

ທ່ານ ອຸເດດ ສຸວັນນະວົງ, ປະທານ LNCCI, ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການສົ່ງເສີມສາຍພົວພັນລະຫວ່າງ ຍີ່ປຸ່ນ-ລາວ ໃນຂົງເຂດເສດຖະກິດ ມາເປັນເວລາຫຼາຍປີແລ້ວ. ໃນຊ່ວງທີ່ປະຕິບັດໜ້າທີ່ຢູ່ ກະຊວງກະສິກຳ ແລະ ປ່າໄມ້, ທ່ານກໍ່ໄດ້ມີສ່ວນຮ່ວມເຂົ້າໃນຫຼາຍໂຄງການທີ່ໄດ້ຮັບການຊ່ວຍເຫຼືອຈາກຍີ່ປຸ່ນ ໂດຍຮ່ວມມືກັບອົງການ JICA. ໃນປີ 2009, ທ່ານໄດ້ຮ່ວມມືກັບນັກທຸລະກິດຍີ່ປຸ່ນ ແລະ ຮ່ວມກັນເປີດຮ້ານອາຫານຍີ່ປຸ່ນ FUJI ຂຶ້ນ ໃນນະຄອນຫຼວງວຽງຈັນ. ພາຍຫຼັງໄດ້ຮັບຕຳແໜ່ງ ເປັນປະທານ LNCCI ໃນປີ 2016 ແລ້ວ, ທ່ານຍັງໄດ້ປະກອບສ່ວນເຂົ້າໃນ ການປັບປຸງສະພາບແວດລ້ອມການລົງທຶນ ໃຫ້ທັງທາງລາວແລະຕ່າງປະເທດ ລວມທັງຍີ່ປຸ່ນ ໂດຍຜ່ານການສະໜັບສະໜຸນຮ່ວມຂອງ ເວທີປຶກສາຫາລືພາກທຸລະກິດ. ນອກຈາກນີ້, ທ່ານ ຍັງໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າເຂົ້າໃນການສ້າງສາຍພົວພັນ ການຮ່ວມມືລະຫວ່າງ ສະພາການຄ້າ ແລະ ອຸດສະຫະກຳ Kawasaki, ແລະ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຍີ່ປຸ່ນ ປະຈຳ ສປປ ລາວ ນຳອີກ.

ທ່ານ ວິຣະຈິດ ພິລາພັນເດດ ໄດ້ປະກອບສ່ວນອັນມີຄ່າ ເຂົ້າໃນການສົ່ງເສີມສາຍພົວພັນ ລະຫວ່າງຍີ່ປຸ່ນແລະ ສປປ ລາວ ໃນຂົງເຂດການສຶກສາ ແລະ ເສດຖະກິດຕາມລຳດັບ ໃນຖານະຂອງ ຜູ້ອຳນວຍການໃຫຍ່ມູນນິທິສົ່ງເສີມການສຶກສາ ແລະ ໃນຖານະເປັນ ສະມາຊິກສະມາຄົມມິດຕະພາບລາວ-ຍີ່ປຸ່ນ. ໃນຂົງເຂດການສຶກສາ, ທ່ານໄດ້ສ້າງຕັ້ງ ມູນນິທິສົ່ງເສີມການສຶກສາຂຶ້ນໃນປີ 1997 ແລະ ໄດ້ໃຫ້ການສະໜັບສະໜຸນຢ່າງກວ້າງຂວາງ ເຂົ້າໃນການກໍ່ສ້າງໂຮງຮຽນປະຖົມຫຼາຍແຫ່ງ, ແລະ ຍັງໄດ້ສະໜັບສະໜຸນອຸປະກອນການຮຽນ ໃນຫຼາຍແຂວງຂອງປະເທດລາວ ໂດຍຜ່ານການຮ່ວມມືກັບຄະນະທຸລະກິດຍີ່ປຸ່ນ ແລະ ອົງການຈັດຕັ້ງພາກເອກະຊົນຕ່າງໆ. ໃນຂົງເຂດເສດຖະກິດນັ້ນ ທ່ານກໍໄດ້ມີສ່ວນຮ່ວມທີ່ສຳຄັນ, ໄດ້ຊ່ວຍອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືທາງທຸລະກິດລະຫວ່າງ ຍີ່ປຸ່ນ ແລະ ລາວ. ໃນຖານະປະທານບໍລິສັດລາວໂຕໂຢຕ້າ ຈຳກັດ, ທ່ານໄດ້ກໍ່ຕັ້ງຫົວໜ່ວຍທີ່ເຂັ້ມແຂງ ໃນການຈຳໜ່າຍລົດຍີ່ປຸ່ນ ພ້ອມດ້ວຍການບໍລິການ ຫຼັງການຂາຍທີ່ມີຄຸນນະພາບ.

Write a Message

Your email address will not be published.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword