ພິທີເປີດ ໂຄງການໃຫ້ຄຳປືກສາດ້ານທຸລະກິດ ( MSME Clinic )

ພິທີເປີດ ໂຄງການໃຫ້ຄຳປືກສາດ້ານທຸລະກິດ ( MSME Clinic )

ໃນວັນທີ 19 ມັງກອນ 2021, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີພິທີເປີດ ໂຄງການໃຫ້ຄຳປືກສາດ້ານທຸລະກິດ ( MSME Clinic )

ໂດຍໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, H.E. Jens Peter Lutkenherm ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ສປປ ລາວ ແລະ ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດ ສາຫະກຳ ແຫ່ງຊາດລາວ,

ໂຄງການໃຫ້ຄຳປືກສາດ້ານທຸລະກິດ ( MSME Clinic ) ເປັນໂຄງການທີ່ໃຫ້ຄຳປືກສາທາງດ້ານທຸລະກິດ ແລະ ຈັດຝຶກອົບຮົມໃຫ້ຜູ້ປະກອບກິດຈະການ ຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນ ສປປ ລາວ, ຈຸດປະສົງແມ່ນເພື່ອຊ່ວຍຫຼຸດຜ່ອນຜົນກະທົບທາງດ້ານເສດຖະກິດຈາກການລະບາດຂອງພະຍາດ COVID-19 ໂດຍອີງໃສ່ຄວາມຕ້ອງການເປັນລາຍບຸກຄົນຂອງຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນ ສປປ ລາວ, ເພື່ອຊ່ວຍໃຫ້ເຂົາເຈົ້າສາມາດຮັບມືກັບສິ່ງທ້າທາຍດ້ານການເງີນ ແລະ ການດຳເນີນທຸລະກິດໃນປະຈຸບັນໄດ້ດີຂື້ນ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword