ໂຮງແຮມມາຍບ້ານລາວ (MyBanLao Hotel) ຫຼວງພະບາງ ໃຫ້ການສະໜັບສະໜູນ ການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ໂຮງແຮມມາຍບ້ານລາວ (MyBanLao Hotel) ຫຼວງພະບາງ ໃຫ້ການສະໜັບສະໜູນ ການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024

ພິທີມອບ-ຮັບການສະໜັບສະໜູນ ການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 24 ກັນຍາ 2024, ຫ້ອງການສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ

ພິທີເຊັນສັນຍາການສະໜັບສະໜູນການເປັນເຈົ້າພາບຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ໂຮງແຮມມາຍບ້ານລາວ (MyBanLao Hotel) ຫຼວງພະບາງ ໂດຍໃຫ້ກຽດລົງນາມເຊັນສັນຍາດັ່ງກ່າວໂດຍ ທ່ານ ທະນູສອນ ພົນອາມາດ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ດາວວອນ ພະຈັນທະວົງ, ຜູ້ຖືຫຸ່ນໂຮງແຮມມາຍບ້ານລາວ (MyBanLao Hotel) ຫຼວງພະບາງ. ເຊິ່ງເປັນຈໍານວນເງິນທັງຫມົດ 111,000,000 ກີບ (ໜຶ່ງຮ້ອຍສິບເອັດລ້ານກີບຖ້ວນ).
ການສະໜັບສະໜູນໃນຄັ້ງນີ້ແມ່ນເພື່ອເປັນການຜັກດັນຊຸກຍູ້ດ້ານການຈັດຕັ້ງປະຕິບັດແຜນງານຕະຫລອດໄລຍະການເປັນປະທານສະພາທີ່ປຶກສາທຸລະກິດອາຊຽນ 2024 ຂອງ ສປປ ລາວ ກໍຄື ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທີ່ຕາງຫນ້າໃຫ້ກັບອົງກອນພາກທຸລະກິດໃນການເປັນປະທານຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ພ້ອມທັງເປັນການສ້າງສາຍສໍາພັນອັນດີ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ໂຮງແຮມມາຍບ້ານລາວ (MyBanLao Hotel) ຫຼວງພະບາງ, ໃນການສົ່ງເສີມ ແລະ ເສີມຂະຫຍາຍດ້ານການຮ່ວມມື, ມີສ່ວນຮ່ວມເຊິ່ງກັນ ແລະ ກັນໃນການປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ເສີມສ້າງຄວາມເຂັ້ມເເຂງໃຫ້ແກ່ບັນດາທຸລະກິດລາວໃນການດຳເນີນທຸລະກິດທັງພາຍໃນ ແລະ ຮ່ວມມືກັບບັນດາປະເທດຕ່າງໆໃນລະດັບພາກພື້ນອີກດ້ວຍ. ເຊິ່ງກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ແມ່ນຈະໄດ້ຈັດຂື້ນໃນລະຫວ່າງວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more
ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 27 ພຶດສະພາ 2025 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ),…Read more
ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more
ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ໄດ້ມອບເງີນສະໜັບສະໜູນ ຈຳນວນ 100,000,000ກີບ ໃນນາມ ສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ

ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ໄດ້ມອບເງີນສະໜັບສະໜູນ ຈຳນວນ 100,000,000ກີບ ໃນນາມ ສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ

ໃນວັນທີ 20 ພຶດສະພາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ມີພິທີມອບຮັບ ເງີນສະໜັບສະໜູນ ໃຫ້ແກ່ ສຄອຊ, ໂຮງແຮມ ລາດຊະວົງ…Read more

Enter your keyword