ກອງປະຊຸມໃຫຍ່ ກຳມະບານຮາກຖານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຄັ້ງທີ II

ກອງປະຊຸມໃຫຍ່ ກຳມະບານຮາກຖານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຄັ້ງທີ II

ກອງປະຊຸມໃຫຍ່ ກຳມະບານຮາກຖານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຄັ້ງທີ II, ໃນວັນທີ 23 ສິງຫາ 2024, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
ໃນກອງປະຊຸມ ໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ບຸນເລີດ ຫລວງປະເສີດ ຮອງເລຂາໜ່ວຍພັກ ສຄອຊ , ສະຫາຍ ທະນົງສິນ ກັນລະຍາ, ປະທານ ຊີ້ນໍາ ຄະນະໜ່ວຍກໍາມະບານຮາກຖານ ສຄອຊ, ສະຫາຍ ສິດທິໄຊ ເກດຕະວົງ ຮອງປະທານສະຫະພັນກໍາມະບານລາວ ກະຊວງອຸດສະຫະກໍາ ແລະ ການຄ້າ ແລະ ສະຫາຍ ພູໄຊ ເທບພະວົງ ເລຂາໜ່ວຍກໍາມະບານຮາກຖານ ສຄອຊ ພ້ອມທັງ ຕາງໜ້າຄະນະໜ່ວຍພັກ, ໜ່ວຍຊາວໜຸມ ແລະ ໜ່ວຍແມ່ຍິງ ສຄອຊ, ຕາງໜ້າຫ້ອງການ, ກົມຈັດຕັ້ງ ແລະ ພະນັກງານ, ກົມກວດກາ ກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາກຸ່ມ ແລະ ສະມາຄົມ ອ້ອມຂ້າງ ສຄອຊ, ບັນດາ ສະມາຊິກໜ່ວຍກຳມະບານຮາກຖານ ສຄອຊ
ໃນກອງປະຊຸມໄດ້ມີລາຍງານການເມືອງ ສະຫຼຸບຕີລາຄາການຊີ້ນຳໆພາ ແລະ ການເຄື່ອນໄຫວຂອງໜ່ວຍສະຫະພັນແມ່ຍິງ ຕະຫຼອດໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າຂອງ ກຳມະບານຮາກຖານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
ກອງປະຊຸມໃຫຍ່ ກຳມະບານຮາກຖານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຄັ້ງທີ II ,ຜ່ານການປ່ອນບັດເລືອກຕັ້ງໄດ້ຕົກລົງເຫັນດີເປັນເອກະພາບຄືດັ່ງນີ້:
ຫົວໜ້າຫນ່ວຍ ແລະ ຄະນະ ຈຳນວນ 05 ສະຫາຍ, ເປັນຍິງ 02 ສະຫາຍ ເຊິງມີລາຍລະອຽດດັ່ງລຸ່ມນີ້:
ສະຫາຍ ນາງ ດາວວະດິງ ພິລະໄຊພິທັກ ເປັນເລຂາໜ່ວຍກຳມະບານຮາກຖານ
ສະຫາຍ ພົງສະຫວັນ ເພັດວໍລະສັກ ເປັນຮອງເລຂາໜ່ວຍກຳມະບານຮາກຖານ
ສະຫາຍ ພູຂົງ ສອນວົງໄຊ ເປັນຮອງເລຂາໜ່ວຍກຳມະບານຮາກຖານ
ສະຫາຍ ນາງ ດາລາວອນ ວັນສາວົງຄຳ ເປັນຄະນະໜ່ວຍກຳມະບານຮາກຖານ
ສະຫາຍ ໄຊຍະສິດ ຍ່ອຍສາຍຄຳ ເປັນຄະນະໜ່ວຍກຳມະບານຮາກຖານ
ກອງປະຊຸມໄດ້ປິດລົງໃນເວລາ 17:00 ໂມງ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword