ກອງປະຊຸມສຳມະນາກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນ ສປປ ລາວ

ກອງປະຊຸມສຳມະນາກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນ ສປປ ລາວ

ນະຄອນປາກເຊ ແຂວງຈຳປາສັກ, ວັນທີ 26 ຕຸລາ 2022. ພາກລັດ, ພາກທຸລະກິດ ແລະ ຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມສຳມະນາກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນ ສປປ ລາວ ຂຶ້ນໃນວັນທີ 26 ຕຸລາ 2022 ທີ່ໂຮງແຮມຈຳປາສັກແກຣນ, ແຂວງຈໍາປາສັກ ເຊິ່ງມີຈຸດປະສົງເພື່ອຍົກສູງປະສິດທິພາບຂອງກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນການປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ ໃນ ສປປ ລາວ.

ກອງປະຊຸມຄັ້ງນີ້ ແມ່ນເປັນຄັ້ງທຳອິດ ທີ່ຈັດຮ່ວມກັນໂດຍບັນດາໂຄງການຊ່ວຍເຫຼືອດ້ານວິຊາການທີ່ຕິດພັນກັບດ້ານການຄ້າ ທີ່ມີພາຍໃນປະເທດ (TRTA) ທີ່ໄດ້ໃຫ້ການສະໜັບສະໜູນການຈັດຕັ້ງປະຕິບັດ ແລະ ການດຳເນີນງານຂອງ ກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດຢູ່ສູນກາງ ແລະ ທ້ອງຖິ່ນ ເພື່ອສ້າງຄວາມເຂັ້ມແຂງທາງດ້ານກົດໝາຍ ແລະ ລະບຽບການ ທີ່ຕິດພັນກັບການກໍ່ຕັ້ງ ແລະ ດຳເນີນທຸລະກິດ ໃນ ສປປ ລາວ. ພ້ອມດຽວກັນນີ້, ກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນດ້ານງົບປະມານ ໂດຍໂຄງການການສົ່ງເສີມຄວາມສາມາດໃນການແຂ່ງຂັນເພື່ອສົ່ງອອກ ແລະ ສົ່ງເສີມຄວາມຍືນຍົງໃນການປະສານງານລະຫວ່າງ ພາກລັດ ແລະ ພາກທຸລະກິດ ຢູ່ສາມແຂວງພາກເໜືອ ຂອງ ສປປ ລາວ (ECL), ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ (USAID LBE), ແລະ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປລາວ (LCT).

ກອງ​ປະຊຸມ​ດັ່ງກ່າວ ​ເປັນປະທານຮ່ວມໂດຍ​ ທ່ານ ປອ ວິໄລວົງ ບຸດດາຄຳ, ເຈົ້າແຂວງໆຈໍາປາສັກ, ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ແລະ ທ່ານ ປອ ນ. ວາລີ ເວດສະພົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ). ກອງ​ປະຊຸມ​ຄັ້ງ​ນີ້ ເປັນການເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມ ຈາກ​ສູນ​ກາງ, ອຳນາດ​ການ​ປົກຄອງຂັ້ນ​ແຂວງ ​ແລະ ພາກ​ທຸລະກິດ ລວມທັງ ສຄອຊ ແລະ ສຄອ ​ແຂວງ​ຈຳປາ​ສັກ, ແຂວງຫຼວງ​ນ້ຳ​ທາ, ແຂວງອຸດົມ​ໄຊ ແລະ ​ແຂວງ​ຜົ້ງ​ສາລີ ລວມ 60 ທ່ານ, ໄດ້​ປຶກສາ​ຫາລື​  ກ່ຽວ​ກັບ ​ສະພາບການໃນ​ປະຈຸ​ບັນ ​ແລະ ທິດ​ທາງ​ໃນ​ອະນາຄົດ ສໍາລັບກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນ ສປປ ລາວ ​ລວມໄປເຖິງບັນຫາ​ທີ່ປະເຊີນໃນການຈັດຕັ້ງປະຕິບັດກົນໄກດັ່ງກ່າວ ແລະ ຂໍ້ສະເໜີແນະສໍາລັບການແກ້ໄຂໃນອະນາຄົດ.

ໃນ​ກອງປະຊຸມ​ດັ່ງກ່າວ, ທ່ານ ປອ ວິໄລວົງ ບຸດດາຄຳ, ເຈົ້າແຂວງໆຈຳປາສັກ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນຂອງກົນໄກປຶກສາຫາລື ແລະ ໄດ້ເວົ້າວ່າ “ກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ ກໍແມ່ນໜຶ່ງໃນເຄື່ອງມື ຫຼື ວິທີການທີ່ຈະຊ່ວຍ ປັບປຸງສະພາບແວດລ້ອມດ້ານການຄ້າ ແລະ ການລົງທຶນ ໂດຍຜ່ານການແກ້ໄຂບັນຫາທີ່ຕິດພັນກັບ ນະໂຍບາຍ, ລະບຽບການ ຫຼື ການຈັດຕັ້ງປະຕິບັດບັນດານິຕິກຳ ກ່ຽວກັບການກໍ່ຕັ້ງ, ດຳເນີນ ແລະ ຂະຫຍາຍທຸລະກິດ”.

ໃນບົດກ່າວເປີດກອງປະຊຸມ, ທ່ານ ປອ ມະໂນ​ທອງ ວົງ​ໄຊ, ຮອງລັດຖະມົນຕີກະຊວງ ອຄ ໄດ້ໃຫ້ຄຳເຫັນວ່າ: “ກອງປະຊຸມໃນມື້ນີ້ ເປັນກອງປະຊຸມທີ່ມີຄວາມໝາຍຄວາມສໍາຄັນ ຊຶ່ງເປັນຄັ້ງທໍາອິດທີ່ ໄດ້ເຕົ້າໂຮມເອົາບັນດາຜູ້ຈັດຕັ້ງປະຕິບັດວຽກງານຕົວຈິງ ກ່ຽວກັບ ກົນໄກການປຶກສາຫາລື ລະຫວ່າງ ພາກລັດ ແລະ ພາກທຸລະກິດ (PPD) ໃນ ສປປ ລາວ ເຊິ່ງລວມມີ ແຂວງຈໍາປາສັກ, ຫຼວງນໍ້າທາ, ອຸດົມໄຊ ແລະ ຜົ້ງສາລີ ມາປຶກສາຫາລືກັນ ກ່ຽວກັບ ສິ່ງທ້າທາຍ ແລະ ທິດທາງໃນຕໍ່ໜ້າໃນການຈັດຕັ້ງປະຕິບັດວຽກ PPD ໃນແຂວງຂອງຕົນ ຮ່ວມກັບ ກອງເລຂາ ແລະ ຄະນະຊີ້ນຳ ກອງປະຊຸມທຸລະກິດລາວຂັ້ນສູນກາງ (Lao Business Forum – LBF)”.

ທ່ານ ປອ ນ. ວາລີ ເວດສະພົງ, ຮອງປະທານ ສຄອຊ ກ່າວວ່າ “ການປຶກສາຫາລືລະຫວ່າງ ພາກລັດ ແລະ ທຸລະກິດ ຢ່າງຕໍ່ເນື່ອງ ເປັນກຸນແຈໃຫ້ແກ່ການສົ່ງເສີມການເຕີບໃຫຍ່ຂະຫຍາຍຕົວຂອງພາກທຸລະກິດ. ກອງປະຊຸມທຸລະກິດລາວ (LBF) ແລະ ກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ຂັ້ນແຂວງ (LPPD) ເປັນເວທີ ຕົ້ນຕໍ ທີ່ເປີດໂອກາດໃຫ້ພາກທຸລະກິດ ໄດ້ຮ່ວມປຶກສາຫາລືທາງອອກຕໍ່ກັບບັນຫາການດໍາເນີນທຸລະກິດ ກັບຂະແໜງ ການກ່ຽວຂ້ອງຂອງພາກລັດ ຢ່າງມີຂັ້ນຕອນ ທີ່ຕໍ່ເນື່ອງ ແລະ ມີປະສິດທິຜົນ.”.

ການຮ່ວມມື ລະຫວ່າງ ໂຄງການ ECL, USAID LBE ແລະ LCT ໃນການຈັດງານຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງບັນດາໂຄງການຊ່ວຍເຫຼືອ  ຕໍ່ການສົ່ງເສີມປະສິດທິຜົນຂອງວິທີການທີ່ອີງໃສ່ໂຄງການ ແລະ ການຊ່ວຍເຫຼືອ ເພື່ອການພັດທະນາຂະແໜງການຄ້າ ແລະ ພາກເອກະຊົນ ໃນ ສປປ ລາວ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword