ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ II, ເພື່ອໃຫ້ຄວາມຮູ້ ແລະ ປົກປ້ອງແມ່ຍິງໃນທຸລະກິດ

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ II, ເພື່ອໃຫ້ຄວາມຮູ້ ແລະ ປົກປ້ອງແມ່ຍິງໃນທຸລະກິດ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດ ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ II, ເພື່ອໃຫ້ຄວາມຮູ້ ແລະ ປົກປ້ອງແມ່ຍິງໃນທຸລະກິດ, ຊື່ງຈັດຂື້ນໃນລະຫວ່າງວັນທີ 28 ກຸມພາ 01 ມີນາ 2023 ທີ່ ຫ້ອງການ ສຄອຊ,

ເຊິ່ງໄດ້ເປີດພິີທີຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 28 ກຸມພາ 2023, ໂດຍໃຫ້ກຽດກ່າວເປີດພິທີໂດຍ ທ່ານ ປອ ນ. ວາລີ ເວດຊະພົງ ສະມາຊິກສະພາແຫ່ງຊາດ, ຮອງປະທານ ສຄອຊ, ໃນພິທີເປີດງານດັ່ງກ່າວຍັງໄດ້ຮັບກຽດ ເຂົ້າຮ່ວມ ໂດຍທ່ານ ສຽວສະຫວາດ ສະແຫ່ວງສຶກສາ ເລຂາໜ່ວຍພັກ, ທີປຶກສາກິຕິມະສັກ ສຄອຊ,  ທ່ານ ແດນ ເຮວເດິນ, ຮອງເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປ ລາວ, ແລະ ຕ່າງໜ້າ ຈາກ ພາກລັດ, ອົງການຈັດຕັ້ງສາກົນ, ສະຖາບັນການສຶກສາ, ກຸ່ມສະມາຄົມ, ນັກຮຽນ, ນັກສືກສາ ແລະ ບັນດາຫົວໜ່ວຍທຸລະກິດ ເຂົ້າຮ່ວມພາຍໃນງານລວມທັງໝົດ ຫຼາຍກວ່າ 500 ທ່ານ ພາຍໃນງານ ແລະ ຄາດວາຈະມີຜູ້ຮັບຟັງຜ່ານ ໂດຍຜ່ານໄລສົດໃນແຕ່ລະຫົວຂໍ້ຫຼາຍກ່ວາ 8000 ຄົນ. 

      ຈຸດປະສົງຂອງງານໃນຄັ້ງນີ້ແມ່ນເພື່ອເປັນການສະເຫລີມສະຫລອງ ວັນແມ່ຍິງສາກົນຄົບຮອບ 113 ປີ, ເປັນການເພີ່ມທະວີຄວາມສາມັກຄີ ແລະ ສ້າງສາຍສໍາພັນລະໜ່ວຍແມ່ຍິງ ສຄອຊ ກັບ ໜ່ວຍແມ່ຍິງບັນດາອົງການ ອ້ອມຂ້າງ ທັງພາກລັດ, ພາກທຸລະກິດ ແລະ ຄູ່ຮ່ວມພັດທະນາ ໄດ້ມີບົດບາດໃນເວທີສົນທະນາລະດັບສູງ ແລະ ລະດັບວິຊາການໃນຫຼາກຫຼາຍຫົວຂໍ້ທີ່ເປັນປະໂຫຍດແກ່ສັງຄົມ, ພ້ອມທັງເປັນການເຜີຍແພ່ ແລະ ເສີມສ້າງຄວາມຮູ້ຄວາມສາມາດໃຫ້ຜູ້ປະກອບການຍິງຍຸກໃໝ່.   ການສໍາມະນາແລກປ່ຽນ 2 ມືນິ້ໄດ້ມີເວທີສົນທະນາ ໃຫ້ຄວາມຮູ້ຈາກຄະນະນໍາກະຊວງ ແລະ ຂະແໜ່ງການ ທີ່ກ່ຽວຂ້ອງ ໂດຍສະເພາະ ແມ່ນກ່ຽວກັບ ຄວາມສໍາຄັນຂອງການມີໜ່ວຍງານແມ່ຍິງໃນອົງກອນທຸລະກິດ, ການເຊື່ອມສານບົດບາດ ຍິງ-ຊາຍ ແລະ ສິ່ງທ້າທາຍຂອງແມ່ຍິງຕໍ່ວຽກງານການນຳພາໃນຍຸກໃຫມ່, ການດຳເນີນທຸລະກິດໃນຍຸກດິຈິຕອນ, ການເຂົ້າເຖີງແຫລ່ງທືນ ແລະ ອີກຫຼາຍຫົວຂໍ້ທີ່ສໍາຄັນ, ນອກນັ້ນ, ພາຍໃນງານຍັງມີ ການຫວ່າງສະແດງສີນຄ້າທີ່ເປັນຜະລິດຕະພັນລາວ ແລະ ຂາຍສິນຄ້າ ໂດຍສະເພາະແມ່ນຜະລິດຕະພັນຈາກຜູ້ປະກອບການຍິງ ແລະ ຫົວໜ່ວຍທຸລະກິດຕ່າງໆ ເຊິ່ງມີຫຼາກຫຼາຍ ສິນຄ້າ ໄດ້ເຂົ້າຮ່ວມພາຍໃນງານຫຼາຍກວ່າ 50ຮ້ານ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword