ພິທີຖະແຫຼງຂ່າວ ງານແຂ່ງຂັນ ສີມືແຮງງານແຫ່ງຊາດ

ພິທີຖະແຫຼງຂ່າວ ງານແຂ່ງຂັນ ສີມືແຮງງານແຫ່ງຊາດ

ພິທີຖະແຫຼງຂ່າວ ງານແຂ່ງຂັນ ສີມືແຮງງານແຫ່ງຊາດ ຄັ້ງທີ IV ໃນວັນທີ 11 ມີນາ 2025, ທີ່ຫ້ອງປະຊຸມໃຫຍ່ ອົງການປະກັນສັງຄົມແຫ່ງຊາດ.

ທ່ານ ບຸນທ່ຽງ ລັດຕະນະວົງ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໃນນາມຄະນະກຳມະທິການຕ່າງໜ້າຜູ້ໃຊ້ແຮງງານ, ສຄອຊ ໄດ້ເຂົ້າເປັນປະທານຮ່ວມ ໃນພິທີຖະແຫຼງຂ່າວ ເພື່ອກະກຽມຈັດງານແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV ພາຍໃຕ້ຫົວຂໍ້ “ສີມືລາວກ້າວສູ່ພາກພື້ນ ແລະ ສາກົນ” ໃນທ້າຍເດືອນເມສາ 2025, ເພື່ອຄັດເລືອກເອົາຜູ້ທີ່ມີສີມືແຮງງານດີເລີດ ຕາງໜ້າທີມຊາດລາວ ເຂົ້າຮ່ວມການແຂ່ງຂັນສີມືແຮງງານ ອາຊຽນ ຄັ້ງທີ 14 ທີ່ປະເທດ ຟິລິບປິນ ໃນທ້າຍເດືອນສິງຫາ 2025 ນີ້, ໂດຍການເປັນປະທານກ່າວເປີດຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ປະທານຄະນະກຳມະການ ຈັດການແຂ່ງຂັນສີມືແຮງງານ ແຫ່ງຊາດຄັ້ງ IV, ທ່ານ ວິໄລ ວົງຂະເສີມ, ຮອງປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີບັນດາຜູ້ຕ່າງໜ້າຈາກ ກະຊວງ, ອົງການ, ຄະນະເລຂາທິການ ສຄອຊ ແລະ ຈາກອົງການໄຕພາຄີສາມຝ່າຍເຂົ້າຮ່ວມ.
ການກະກຽມເຂົ້າຮ່ວມການແຂ່ງຂັນສີມືແຮງງານອາຊຽນ ຄັ້ງທີ XIV ການແຂ່ງຂັນດັ່ງກ່າວ ຈະຈັດຂຶ້ນໃນວັນທີ 28-30 ເມສາ 2025 ປະກອບມີ 5 ສາຂາຊ່າງ ຄື: ຕິດຕັ້ງໄຟຟ້າໃນອາຄານ ຈັດຢູ່ສະຖາບັນພັດທະນາສີມືແຮງງານ, ສາຂາຊ່າງ ເຕັກໂນໂລຊີອອກແບບກຣາບຟິກ ຈະຈັດຂຶ້ນຢູ່ວິທະຍາໄລເຕັກນິກ ວິຊາຊີບມິດຕະພາບວຽງຈັນ-ຮ່າໂນ້ຍ, ສາຂາຊ່າງ ປຸງແຕ່ງອາຫານ ຈະຈັດຂຶ້ນຢູ່ວິທະຍາໄລເຕັກນິກປາກປ່າສັກ. ສ່ວນສາຂາຊ່າງ ເຮັດຕູ້ໄມ້ ຈະຈັດຂຶ້ນໃນວັນທີ 27-30 ເມສາ 2025 ທີ່ສະຖາບັນພັດທະນາສີມືແຮງງານ ແລະ ສາຂາຊ່າງ ເຕັກໂນໂລຊີເວັບໄຊ ຈະຈັດຂຶ້ນໃນວັນທີ 04 ເມສາ 2025 ທີ່ຫໍປະຊຸມແຫ່ງຊາດ.
ການແຂ່ງຂັນສີມືແຮງງານແຫ່ງຊາດ ມີຄວາມໝາຍສໍາຄັນ ແລະ ມີຄວາມຈໍາເປັນຕໍ່ການພັດທະນາສີມືແຮງງານ ເພື່ອສ້າງແຮງງານລາວ ໃຫ້ມີສີມືທີ່ໄດ້ມາດຕະຖານ, ຕອບສະໜອງຄວາມຕ້ອງການຂອງຕະຫລາດແຮງງານ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ສາມາດເຊື່ອມໂຍງກັບພາກພື້ນ ນອກນີ້, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ຫົວໜ່ວຍທຸລະກິດ ໄດ້ປະກອບສ່ວນໃນການພັດທະນາສີມືແຮງງານ ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຂະບວນການທີ່ກວ້າງຂວາງ, ສົ່ງເສີມ ແລະ ຍົກລະດັບມາດຕະຖານສີມືແຮງງານ, ພ້ອມທັງເປີດໂອກາດໃຫ້ ຊາວໜຸ່ມ-ໄວໜຸ່ມ, ຜູ້ເຂົ້າຝຶກ, ນັກຮຽນວິຊາຊີບ, ກຳມະກອນລາວບັນດາເຜົ່າ ໄດ້ສະແດງຄວາມຮູ້, ຄວາມສາມາດ ແລະ ສີມື. ພ້ອມນີ້, ຍັງເປັນການຊຸກຍູ້ສົ່ງເສີມໃຫ້ຊາວໜຸ່ມ ເຫັນໄດ້ຄວາມໝາຍ, ຄວາມສຳຄັນໃນການຝຶກວິຊາຊີບ ແລະ ພັດທະນາສີມືແຮງງານຫລາຍຂຶ້ນ, ເປັນການຊຸກຍູ້ສົ່ງເສີມຄວາມເປັນເລີດຂອງວຽກງານພັດທະນາຄົນຮຸ່ນໃໝ່, ນາຍຊ່າງສີມືແຮງງານທີ່ມີຄວາມຊໍານິຊໍານານສູງ.

Related Posts

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16

ນະຄອນຫຼວງວຽງຈັນ, 03 ເມສາ 2025. ກອງປະຊຸມທຸລະກິດລາວປະຈໍາປີ ຄັ້ງທີ 16 ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເພື່ອທົບທວນຄືນຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ໃນປີຜ່ານມາ ທີ່ແນໃສ່ປັບປຸງສະພາບແວດລ້ອມການດຳເນີນທຸລະກິດຢູ່ ສປປ ລາວ.…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more

Enter your keyword