ພິທີເປີດງານເທດສະການຜະລິດຕະພາບແຫ່ງຊາດລາວ ປະຈໍາປີ 2024

ພິທີເປີດງານເທດສະການຜະລິດຕະພາບແຫ່ງຊາດລາວ ປະຈໍາປີ 2024

ພິທີເປີດງານເທດສະການຜະລິດຕະພາບແຫ່ງຊາດລາວ ປະຈໍາປີ 2024, ໃນວັນທີ 21 ພະຈິກ 2024 ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ, ນະຄອນຫຼວງວຽງຈັນ

ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ເຂົ້າຮ່ວມໃນພິທີດັ່ງກ່າວ ແລະ ໃຫ້ກຽດເປັນປະທານ ຂອງ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ມີຜູ້ຕາງໜ້າ ຈາກພາກລັດ, ພາກທຸລິດກິດ, ອົງການ ຈັດຕັ້ງສາກົນ, ສະຖາບັນການສຶກສາ ແລະ ບັນດາສະມາຄົມທຸລະກິດ ເຂົ້າຮ່ວມງານ
ການຈັດງານເທດສະການດັ່ງກ່າວ ແມ່ນຈະດຳເນີນເປັນເວລາ 3 ວັນ (ວັນທີ 21 – 23 ພະຈິກ 2024) ຢູ່ທີ່ສູນການຄ້າວຽງຈັນເຊັນເຕີ ຊຶ່ງໃນແຕ່ລະວັນຈະມີກິດຈະກຳຕ່າງໆ ເປັນຕົ້ນ ການຈັດເວທີສົນທະນາ ຫົວຂໍ້ກ່ຽວກັບ ຜະລິດຕະພາບແບບທົ່ວເຖິງ, ການນຳສະເໜີຜະລິດຕະພັນຂອງຜູ້ປະກອບການ ແລະ ບູດວາງສະແດງສິນຄ້າຜະລິດຕະພັນທີ່ມີຄູນນະພາບ ຈາກ ທີ່ຜະລິດໃນ ລາວ
ຈຸດປະສົງຂອງການຈັດງານດັ່ງກ່າວ ແມ່ນເພື່ອເຜີຍແຜ່ຜົນສໍາເລັດ ແລະ ໂຄສະນາປະຊາສຳພັນ ກ່ຽວກັບອົງການຜະລິດຕະພາບແຫ່ງອາຊີ (Asian Productivity Organization-APO), ແນ່ໃສ່ຍົກສູງບົດບາດຄວາມສຳຄັນຂອງວຽກງານຜະລິດຕະພາບ ເພື່ອປະກອບສ່ວນແກ່ການຜະລິດເສດຖະກິດ-ສັງຄົມ ໃຫ້ເຕີບໃຫຍ່ເຂັ້ມແຂງ ຊຶ່ງ ສປປ ລາວ ໄດ້ເຂົ້າເປັນສະມາຊິກ APO ໃນວັນທີ 18 ມິຖຸນາ 2002 ແລະ ລັດຖະບານໄດ້ມອບໝາຍໃຫ້ ສໍານັກງານສົ່ງເສີມຈຸນລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ ເປັນອົງການ ຜະລິດຕະພາບແຫ່ງຊາດລາວ. ອົງການ APO ແມ່ນອົງການຈັດຕັ້ງລະຫວ່າງລັດຖະບານໃນພາກພື້ນອາຊີ ແລະ ປາຊີຟິກໄດ້ສ້າງຕັ້ງຂຶ້ນໃນວັນທີ 11 ພຶດສະພາ 1961, ປະຈຸບັນມີມາຊິກທັງໝົດ 21 ປະເທດ ລວມ ສປປ ລາວ, ມີພາລະບົດບາດໃນການສົ່ງເສີມການເພີ່ມຜະລິດຕະພາບ ໃນຂົງເຂດພາກລັດ ແລະ ພາກທຸລະກິດ ດ້ວຍການສົ່ງເສີມການນໍາໃຊ້ວິທີວິທະຍາ ແລະ ເຄື່ອງມືເພີ່ມຜະລິດຕະພາບ ເພື່ອປັບປຸງລະບົບການບໍລິຫານ ແລະ ຂະບວນການຜະລິດ ໃຫ້ມີຄວາມຄ່ອງໂຕແນໃສ່ຫຼຸດຜ່ອນຕົ້ນທຶນ ແລະ ເພີ່ມຄວາມສາມາດໃນການແຂ່ງຂັນ.
ຂໍ້ມູນຈາກ: ກະຊວງອຸດສາຫະກຳ ແລະ ການຄ້າ

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword