ພິທີເປີດງານ “ສະບາຍດີຫຼວງພະບາງເຟສ” ຢ່າງເປັນທາງການ

ພິທີເປີດງານ “ສະບາຍດີຫຼວງພະບາງເຟສ” ຢ່າງເປັນທາງການ

ພິທີເປີດງານ “ສະບາຍດີຫຼວງພະບາງເຟສ” ຢ່າງເປັນທາງການ
ໂຄງການ SUSTOUR ລາວ, ໄດ້ຮັບທຶນສະຫນັບສະຫນູນຈາກ ສະຫະພາບເອີຣົບ ແລະ ຈັດຕັ້ງປະຕິບັດໂດຍ ອົງການ ແພລນສາກົນປະຈໍາ ສປປ ລາວ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ,

ສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງພະບາງໄດ້ຮ່ວມກັນຈັດພິທີເປີດງານ “ສະບາຍດີຫຼວງພະບາງ ເຟສ” ຂຶ້ນໃນວັນທີ 07 ຕຸລາ 2022. ງານດັ່ງກ່າວມີຈຸດປະສົງເພື່ອສົ່ງເສີມການອຸປະໂພກ-ບໍລິໂພກແບບຍືນຍົງຜ່ານຕອງ ໂສ້ອຸດສາຫະກໍາການທ່ອງທ່ຽວລາວ ພ້ອມທັງ ເປັນການກະຕຸ້ນການທ່ອງທ່ຽວແບບຍືນຍົງ ແລະ ສະຫນັບສະຫນູນຜູ້ ປະກອບການໃນທ້ອງຖິ່ນພາຍຫຼັງການລະບາດຂອງພະຍາດໂຄວິດ 19.
ທີ່ ແຂວງຫຼວງພະບາງ, ວັນທີ 7 ຕຸລາ 2022 – ໄດ້ມີພິທີເປີດງານ “ສະບາຍດີຫຼວງພະບາງເຟສ” ຂຶ້ນຢ່າງເປັນທາງການທີ່ ເຮືອນຈັນ ມໍລະດົກຫຼວງພະບາງ. ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ນາງ ສິລິພອນ ສຸພັນທອງ, ຮອງເຈົ້າແຂວງ ແຂວງຫຼວງພະບາງ, ທ່ານ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ບັນດາຫົວຫນ້າກົມ ແລະ ຮອງກົມຈາກກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກໍາ ແລະ ການຄ້າ; ແລະ ທ່ານ ປະທານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ ສຄອຊ ແລະ ທ່ານ ບຸນທ່ຽງ ສຸລິວັນ ປະທານ ສະພາການຄ້າ ແຂວງຫລວງພະບາງ ພ້ອມດ້ວຍຄະນະບໍລິຫານງານ, ທ່ານ ນິແອວຣ ເລ ໂອນາດ ທີ່ປຶກສາທູດ, ສໍານັກງານຜູ້ຕາງຫນ້າສະຫະພາບເອີຣົບ ປະຈໍາ ສປປ ລາວ, ທ່ານ ນາງ ແຄໂຣລ ໂມແທນຊັນ, ຜູ້ອໍານວຍການ ອົງການແພລນສາກົນ ປະຈໍາ ສປປ ລາວ.
ງານສະບາຍດີຫຼວງພະບາງເຟສ ແມ່ນຫນຶ່ງໃນກິດຈະກໍາຫຼັກຂອງ ວຽກງານການສົ່ງເສີມ ລາວທ່ຽວລາວ ທີ່ໄດ້ຮັບທຶນສະຫນັບສະຫນູນໂດຍ ສະຫະພາບເອີຣົບຜ່ານ ອົງການແພລນສາກົນ ປະຈໍາ ສປປ ລາວ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ. ງານດັ່ງກ່າວຈະເລີ່ມຂຶ້ນໃນວັນທີ 6-12 ຕຸລາ 2022 ເຊິ່ງຈະຈັດໃນຊ່ວງອາທິດທີ່ມີງານ ສະເຫຼີມສະຫຼອງບຸນອອກພັນສາ.
ພາຍໃນງານຈະມີກິດຈະກໍາຫຼາກຫຼາຍເພື່ອຍົກຄວາມໂດດເດັ່ນຂອງສະຖານທີ່, ດົນຕີ ແລະ ຫັດຖະກໍາພື້ນບ້ານ, ງານປະກວດເຄື່ອງແຕ່ງກາຍແບບລາວເດີມ, ອາຫານທ້ອງຖິ່ນ, ຂະບວນແຫ່ທຽນອອກພັນສາ, ການເດີນປ່າ, ປັ່ນລົດຖີບ ແລະ ງານແລ່ນແຂ່ງຂັນສໍາລັບເດັກນ້ອຍ. ນອກຈາກນີ້ ຍັງມີງານປະກວດໂຄມໄຝ. ງານດັ່ງກ່າວນີ້ຍັງເປັນເວທີທີ່ມີຄວາມຫມ າຍຄວາມສໍາຄັນສໍາລັບຜູ້ປະກອບການ ແລະ ນັກທຸລະກິດໃນທ້ອງຖິ່ນເພື່ອສະແດງຜະລິດຕະພັນຂອງຕົນ ແລະ ສົ່ງເສີມ ຄວາມຍືນຍົງທີ່ຈະພົບໄດ້ຕະຫຼອດງານວາງສະແດງທີ່ເຮືອນຈັນ.
“ງານສະບາຍດີຫຼວງພະບາງ ແມ່ນຈັດຂຶ້ນເພື່ອສົ່ງເສີມ ແລະ ສະຫນັບສະຫນູນໃຫ້ບັນດາຫົວຫນ່ວຍທຸລະກິດ ໃນ ສປປ ລາວ ໄດ້ຮັບການຫັນໄປສູ່ການດໍາເນີນທຸລະກິດແບບຍືນຍົງ ແລະ ເພື່ອເປັນການກະຕຸ້ນການທ່ອງທ່ຽວພາຍໃນໃຫ້ຄົນ ພາຍໃນຊາດຫັນມາທ່ອງທ່ຽວພາຍໃນປະເທດໃຫ້ຫຼາຍຂຶ້ນ ແລະ ພ້ອມທັງການສົ່ງເສີມການຫັນມາໃຊ້ຜະລິດຕະພັນ
ພາຍໃນທີ່ໄດ້ມີການຜະລິດ ແລະ ເຮັດເປັນສິນຄ້າ ໃນປະເທດລາວ ໃຫ້ນັບມື້ນັບຫຼາຍຂຶ້ນ” ກ່າວໂດຍ ທ່ານ ນາງ ຈັນທະ ຈອນ ວົງໄຊ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.
“ພວກເຮົາໄດ້ເຫັນແລ້ວວ່າພາກທຸລະກິດການທ່ອງທ່ຽວ ແລະ ຊຸມຊົນທີ່ເພິ່ງພາລາຍຮັບຈາກການທ່ອງທ່ຽວໄດ້ຮັບຜົນ ກະທົບຢ່າງໃຫຍ່ຫຼວງຈາກການລະບາດຂອງພະຍາດໂຄວິດ 19 ໃນໄລຍະຜ່ານມາ, ງານສະບາຍດີຫຼວງພະບາງນີ້ແມ່ນ ການປະກອບສ່ວນອັນສໍາຄັນຈາກໂຄງການ SUSTOUR ລາວ ໃນການສະຫນັບສະຫນູນຂະແຫນງການທ່ອງທ່ຽວເພື່ອ ຟື້ນຟູ ແລະ ກັບມາເຂັ້ມແຂງຫຼາຍກວ່າເກົ່າ,” ກ່າວໂດຍ ທ່ານ ນາງ ແຄໂຣລ ໂມແທນສັນ, ຜູ້ອໍານວຍການ ອົງການ ແພລນສາກົນ ປະຈໍາ ສປປ ລາວ.
(ສະຫະພາບເອີຣົບມີຄວາມພາກພູມໃຈທີ່ໄດເປັນສ່ວນຫນຶ່ງຂອງງານ ສະບາຍດີຫຼວງພະບາງ. ການສະຫນັບສະຫນູນຂອງ ພວກເຮົາແມ່ນຊ່ວຍປະກອບສ່ວນເຂົ້າໃນການສົ່ງເສີມ ລາວທ່ຽວລາວ ເພື່ອຟື້ນຟູການທ່ອງທ່ຽວພາຍໃນ, ສົ່ງເສີມ ແລະ ອະນຸລັກວັດທະນະທໍາ ແລະ ມໍລະດົກ ຂອງລາວ ແລະ ສະຫນັບສະຫນູນການອຸປະໂພກ-ບໍລິໂພກແບບຍືນຍົງຢູ່ໃນ ອຸດສາຫະກໍາການທ່ອງທ່ຽວລາວ,” ກ່າວໂດຍ ທ່ານ ນິແອວຣ ເລໂອນາດ ທີ່ປຶກສາທູດ, ສໍານັກງານຜູ້ຕ່າງຫນ້າ ສະຫະພາບເອີລົບ ປະຈໍາ ສປປ ລາວ.
“ຂ້າພະເຈົ້າ ແລະ ທີມງານຫວັງວ່າ “ສະບາຍດີຫຼວງພະບາງເຟສ” ເປັນການລິເລີ່ມການສົ່ງເສີມການທ່ອງທ່ຽວອັນຈະສົ່ງ ຜົນໃຫ້ ຫຼວງພະບາງ ກໍ່ຄື ສ ປ ປ ລາວ ກາຍເປັນທີ່ຮັບຮູ້ ຂອງແຂກຕ່າງດ້າວ ທ້າວຕ່າງເມືອງ ໃຫ້ຢາກມາທ່ຽວຊົມເມືອງ ມໍລະດົກໂລກ, ສໍາຜັດກັບວັດທະນະທໍາທີ່ເປັນເອກະລັກ, ທໍາມະຊາດທີ່ອຸດົມສົມບູນ, ອາຫານລາວ ແລະ ຈັບຈ່າຍຊື້ ສິນຄ້າອື່ນໆຂອງລາວ” ກ່າວໂດຍ ທ່ານ ດາລາ ອິນດາລາ, ຮອງຫົວຫນ້າກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ,

 

 

Write a Message

Your email address will not be published.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword