ພິທີເຊັນສັນຍາການສະໜອງສິນເຊື່ອ ລະຫວ່າງ ທະນາຄານລາວ-ຝຣັ່ງ ຈໍາກັດ ແລະ ກຸ່ມກະສິກຳອິນຊີ ບ້ານທົ່ງມັງ

ພິທີເຊັນສັນຍາການສະໜອງສິນເຊື່ອ ລະຫວ່າງ ທະນາຄານລາວ-ຝຣັ່ງ ຈໍາກັດ ແລະ ກຸ່ມກະສິກຳອິນຊີ ບ້ານທົ່ງມັງ

ໃນຕອນບ່າຍຂອງ ວັນທີ່ 04 ກັນຍາ 2020 ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ໄດ້ຈັດພິທີເຊັນສັນຍາການສະໜອງສິນເຊື່ອ ລະຫວ່າງ ທະນາຄານລາວ-ຝຣັ່ງ ຈໍາກັດ ແລະ ກຸ່ມກະສິກຳອິນຊີ ບ້ານທົ່ງມັງ

ໂດຍທີສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ ເປັນຜູ້ຄໍ້າປະກັນໃຫ້ໃນການສະໜອງສີນເຊື່ອ. ປະກອບດ້ວຍ 3 ພາກສ່ວນເຊັນໃນຄັ້ງນີ້

  • ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສະຫະກໍາ ແຫ່ງຊາດລາວ
  • ທ່ານ ອ່າໂນ້ ເກົາລີເຢ້ ຜູ້ອໍານວຍການໃຫ່ຍ ທະນາຄານລາວ-ຝຣັ່ງ ຈໍາກັດ
  • ທ່ານ ນາງ ຄໍາມອນ ຫລວງລາດ ປະທານ ກຸ່ມກະສິກຳ ອິນຊີ ບ້ານທົ່ງມັງ

ພ້ອມນັ້ນຍັງມີແຂກທີຖືກເຊີນ ຈາກພາກລັດ ແລະ ທຸລະກິດ ເຂົ້າຮ່ວມເປັນສັກຂິພິຍານ ໃນການເຊັນສັນຍາຄັ້ງນີ້ດວ້ຍ.

ຈຸດປະສົງ ໃນການສະໜອງສີນເຊື່ອດັ່ງກ່າວນີ້ ແມ່ນເພື່ອສົ່ງເສີມ ພັດທະນາຜູ້ປະກອບການ ທາງດ້ານກະສິກຳ ປູກຝັງ-ລ້ຽງສັດ, ໃນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນຂົງເຂດນັ້ນ ໃຫ້ມີຄວາມໝັ້ນຄົງ ແລະ ໃຫ້ດີຂື້ນເທື່ອລະກ້າວ ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນ ແລະ ຕະຫລາດໄດ້.  ທັງເປັນການສ້າງສິ່ງເອື້ອອຳນວຍຄວາມສະດວກໃຫ້ແກ່ກຸ່ມກະສິກຳໃນການສົ່ງເສີມຜົນຜະລິດສິນຄ້າພາຍໃນປະເທດ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ກາຍເປັນພີ້ນທີ່ສີຂຽວ ແລະ ລົບລ້າງຄວາມທຸກຍາກໃຫ້ແກ່ປະຊາຊົນ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword