ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ
ນະຄອນຫຼວງວຽງຈັນ-30 ມິຖຸນາ 2025 ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ), ບໍລິສັດ ປີໂຕຣລ້ຽມເທຣດດິ້ງ ລາວ ມະຫາຊົນ ໄດ້ມອບເງິນສະໜັບສະໜູນ ໃນນາມສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ,
ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມທັງຊ່ວຍສົ່ງເສີມພັດທະນາຂີດຄວາມສາມາດຂອງພາກທຸລະກິດໃນ ສປປ ລາວ.
ໃນໂອກາດນີ້, ຕາງໜ້າມອບເງິນສະໜັບສະໜູນໂດຍ ທ່ານ ນາງ ຈັນທະດອມ ເມກສະຫວັນ, ຮອງຜູ້ອຳນວຍການໃຫຍ່ ຜູ້ຊີ້ນຳວຽກງານຝ່າຍບັນຊີ-ການເງິນ ບໍລິສັດ ປີໂຕຣເທຣດ ດິສທະບິວຊັນ ຈຳກັດ ແລະ ຕາງໜ້າຮັບໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.
ການສະໜັບສະໜູນຄັ້ງນີ້ສະແດງໃຫ້ເຫັນເຖິງຄວາມຮ່ວມມືລະຫວ່າງ ສຄອຊ ແລະ ພາກທຸລະກິດ ເພື່ອຮ່ວມກັນພັດທະນາເສດຖະກິດ ແລະ ຍົກສູງຂີດຄວາມສາມາດການແຂ່ງຂັນຂອງພາກທຸລະກິດລາວໃຫ້ກ້າວໄປສູ່ຄວາມເຂັ້ມແຂງຍິ່ງຂຶ້ນ.

