ກອງປະຊຸມ ສົນທະນານະໂຍບາຍ ກ່ຽວກັບການສົ່ງເສີມ ການຫັນເປັນເສດຖະກິດດີຈີຕອລ ຢູ່ ສປປ ລາວ

ກອງປະຊຸມ ສົນທະນານະໂຍບາຍ ກ່ຽວກັບການສົ່ງເສີມ ການຫັນເປັນເສດຖະກິດດີຈີຕອລ ຢູ່ ສປປ ລາວ

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ໄດ້ຮ່ວມກັນຈັດກອງປະຊຸມ ສົນທະນານະໂຍບາຍ ພາຍໃຕ້ຫົວຂໍ້ “ການສົ່ງເສີມການຫັນເປັນເສດຖະກິດດີຈີຕອລ ຢູ່ ສປປ ລາວ”ພາຍໃນງານໄດ້ເຕົ້າໂຮມເອົາ 50 ພາກສ່ວນ ຈາກຂະແໜ່ງການທີ່ສຳຄັນຂອງພາກລັດ, ຂະແໜງອຸດສາຫະກຳ ແລະ ພາກທຸລະກິດ ເພື່ອຄົ້ນຄວ້າຫາໂອກາດ ແລະ ສິ່ງທ້າທາຍໃນການຊຸກຍູ້ເສດຖະກິດດີຈີຕອລ ຂອງ ສປປ ລາວ ໂດຍເນັ້ນໃສ່ການຈັດຕັ້ງປະຕິບັດ ຂອງຍຸດທະສາດເສດຖະກິດດີຈີຕອລ ແຫ່ງຊາດ. ການສົນທະນາແມ່ນຍົກໃຫ້ເຫັນເຖິງຈຸດຂົງເຂດທີ່ຈະປັບປຸງ, ການສົ່ງເສີມສະພາບແວດລ້ອມທີ່ເອື້ອຍອຳນວຍ, ຫຼຸດຜ່ອນທາງດ້ານລະບຽບການ ແລະ ການພັດທະນາພື້ນຖານໂຄງລ່າງທາງດ້ານດີຈີຕອລ.
ທ່ານ ທະນູສອນ ພົນອາມາດ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ກ່າວວ່າ: ການເປີດຮັບເອົາການປະຕິວັດທາງດ້ານດີຈີຕອນແມ່ນເປັນສິ່ງສຳຄັນໃນການຈະເລີນເຕີບໂຕທາງດ້ານເສດຖະກິດ ແລະ ຄວາມຈະເລີນຮຸ່ງເຮື່ອງ ຂອງ ສປປ ລາວ. ເວທີສົນທະນາໃນຄັ້ງນີ້ເປັນຊ່ອງທາງທີ່ສຳຄັນໃນການຮ່ວມມື ໃນຄະນະທີ່ພວກເຮົາກຳລັງຄົ້ນຄວ້າກ່ຽວກັບຂົງເຂດທີ່ໜ້າສົນໃຈ ແລະ ທ້າທາຍນີ້.
ຕາງໜ້າຈາກ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນໃນການຮ່ວມມືກັນ “ເສດຖະກິດດີຈີຕອລ ແມ່ນເປັນທ່າແຮງຫຼາຍໃນການຂະຫຍາຍການເຂົ້າເຖິງ ແລະ ການແຂ່ງຂັນໃນທົ່ວໂລກ ໃຫ້ແກ່ທຸລະກິດຂອງລາວ. ເວທີສົນທະນາໃນຄັ້ງນີ້ເປັນບາດກ່າວອັນສຳຄັນໃນການສ້າງລະບົບທີ່ສະໜັບສະໜູນໃຫ້ແກ່ພາກທຸລະກິດຂອງພວກເຮົາໃຫ້ມີຈະເລີນກ້າວໜ້າໃນຍຸກດີຈີຕອລ”.
ການສົນທະນາດັ່ງກ່າວໄດ້ເພີ່ມຄວາມຮູ້ ແລະ ຄວາມເຂົ້າໃຈໃຫ້ແກ່ຜູ້ເຂົ້າຮ່ວມ ດ້ານນະໂຍບາຍໃນປະຈຸບັນ, ການກຳນົດພຶ້ນທີ່ທີ່ມີທ່າແຮງໃນການປັບປຸງ, ໃນຂະນະທີ່ ຜູ້ທີ່ອອກນະໂຍບາຍຈະໄດ້ຮັບຄວາມຄິດເຫັນຈາກວິສາຫະກິດຂະໜາດນ້ອຍ ແລະ ກາງ, ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ. ກິດຈະກຳດັ່ງກ່າວໄດ້ຊຸກຍູ້ການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ, ແລະ ພັດທະນາບັນດາວິທີການແກ້ໄຂສຳລັບການຂະຫຍາຍຕົວຂອງເສດຖະກິດດິຈີຕອລ, ປະກອບເຂົ້າໃນແຜນຄວາມຄິດລິເລີມ ແລະ ການລົງທຶນໃນດີຈີຕອລ ໃນອານາຄົດ.
ຫົວໜ້າໂຄງການ USAID LBE ໄດ້ກ່າວປິດ ແລະ ກ່າວມີຄຳເຫັນຕໍ່ກອງປະຊຸມວ່າ: ພາກທຸລະກິດ ແມ່ນຄູ່ຮ່ວມທີ່ສຳຄັນໃນການກ້າວໄປສູ່ການຫັນປ່ຽນທາງດ້ານດີຈີຕອລ ຂອງ ສປປ ລາວ. ໂດຍການເຮັດວຽກຮ່ວມກັນ, ພວກເຮົາ ສາມາດສ້າງສະພາບແວດລ້ອມທີ່ເອື້ອຍອຳນວຍທີ່ດີໃຫ້ແກ່ທຸລະກິດໃຫ້ມີຄວາມຈະເລີນກ້າວໜ້າໃນຍຸກດິຈີຕອລ ໄດ້.
ຜົນຂອງການສົນທະນານະໂຍບາຍຈະແຈ້ງເປັນເອກະສານທີ່ສາມາດນຳໄປຈັດຕັ້ງປະຕິບັດໄດ້ ເພື່ອພັດທະນາໃຫ້ແຂງແຮງ ແລະ ລວມທັງລະບົບທາງດ້ານດີຈີຕອນຢູ່ໃນ ສປປ ລາວ. ການຮ່ວມມືກັນໃນການຈັດສຳມະນາໃນຄັ້ງນີ້ເປັນບາດກ້າວອັນສຳຄັນເພື່ອເລັ່ງໃສ່ການຫັນເປັນດີຈີຕອນ ຂອງປະເທດຊາດ.
ອົງການ USAID, ໂດຍຜ່ານໂຄງການ LBE, ຄວາມພະຍາຍາມສະໜັບສະໜູນຂອງລັດຖະບານ ສປປ ລາວ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ການລົງທຶນ, ການຄ້າ ແລະ ຄວາມສາມາດໃນການແຂ່ງຂັນຂອງວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword