ປະທານ ສຄອຊ ໄດ້ລາຍງານກ່ຽວກັບຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດຢູ່ ສປປ ລາວ

ປະທານ ສຄອຊ ໄດ້ລາຍງານກ່ຽວກັບຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດຢູ່ ສປປ ລາວ

ໃນວັນທີ 20 ມັງກອນ, 2022, ຕາງຫນ້າໃຫ້ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ລາຍງານກ່ຽວກັບຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດຢູ່ ສປປ ລາວ

ຕໍ່ ກອງປະຊຸມສະໄຫມສາມັນຂອງລັດຖະບານ ປະຈໍາ ເດືອນ ມັງກອນ 2022, ທີ່ ຫ້ອງວ່າການສໍ່ານັກງານນາຍົກລັດຖະມົນຕີ, ພາຍໃຕ້ ການເປັນປະທານຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການລາຍງານຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວຕໍ່ກອງປະຊຸມ ສະໄຫມສາມັນຂອງລັດຖະບານໃນຄັ້ງນີ້ ເປັນບາດກ້າວອັນສໍາຄັນຢ່າງຍິ່ງຂອງການ ຮ່ວມມືກັນລະຫວ່າງພາກລັດ ແລະ ພາກທຸລະກິດ ແລະ ສະແດງໃຫ້ເຫັນເຖິງ ຄວາມມຸ່ງຫມັ້ນຂອງລັດຖະບານໃນການປັບປຸງສະພາບແວດລ້ອມການດໍາເນີນ ທຸລະກິດ ໃນ ສປປ ລາວ ໃຫ້ດີຂຶ້ນ, ເນື່ອງຈາກເປັນຄັ້ງທໍາອິດທີ່ ລັດຖະບານ ແຫ່ງ ສປປ ລາວ ໄດ້ເປີດໂອກາດໃຫ້ພາກທຸລະກິດ ລາຍງານກ່ຽວກັບອຸປະສັກໃນ ການດໍາເນີນທຸລະກິດໃນ ສປປ ລາວ ໂດຍກົງ ຕໍ່ກອງປະຊຸມລັດຖະບານ, ເຊິ່ງແມ່ນ ການປະຕິບັດຂໍ້ສະເຫນີໃນການປັບປຸງກົນໄກຂອງກອງປະຊຸມທຸລະກິດລາວ ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະເຫນີ ຫາ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໃນທ້າຍ ປີ 2021, ແລະ ຜົນກອງປະຊຸມ ຄະນະລັດຖະບານ ພົບປະພາກທຸລະກິດ ຄັ້ງວັນທີ 16-17 ທັນວາ ປີ 2021. ຈຸດປະສົງການສະເຫນີຂໍເຂົ້າຮ່ວມລາຍງານໃນກອງປະຊຸມ ລັດຖະບານ ແມ່ນເພື່ອເຮັດໃຫ້ບັນຫາບຸລິມະສິດທີ່ບັນດາຜູ້ປະກອບການສະເຫນີ ຜ່ານກອງປະຊຸມທຸລະກິດລາວ ແລະ ຂໍ້ສະເຫນີເຫີຕ່າງຂອງພາກທຸລະກິດ ໄດ້ຮັບ ການປຶກສາຫາລື ແລະ ພິຈາລະນາແກ້ໄຂ ໃຫ້ຫຼາຍຂຶ້ນ. ພາຍຫຼັງທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຮັບການສະເຫນີ ດັ່ງກ່າວ ກໍ່ໄດ້ອອກແຈ້ງການ ສະບັບ ເລກທີ 24/ຫສນຍ ລົງວັນທີ 07 ມັງກອນ 2022 ເຊິ່ງໄດ້ລະບຸ “ເຫັນດີໃຫ້ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ມີສ່ວນຮ່ວມໃນການປັບປຸງ ສະພາບແວດລ້ອມການລົງທຶນໃນຮູບການຕ່າງໆ ເພາະເປັນພາກສ່ວນຈັດຕັ້ງປະຕິບັດຕົວຈິງ, ແລະ ເຫັນດີໃຫ້ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ລາຍງານສະພາບການປະຕິບັດຫນ້າທີ່ຂອງຕົນຕໍ່ກອງປະຊຸມລັດຖະບານສະໄຫມ ສາມັນໃນແຕ່ລະເດືອນ”

Write a Message

Your email address will not be published.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more

Enter your keyword