ພິທີຖະແຫຼງຂ່າວ ງານວັດທະນະທໍາຊົນເຜົ່າ, ສຳລັບສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ75ປີ (13 ສິງຫາ 1950 – 13 ສິງຫາ 2025)
ໃນວັນທີ 4 ກໍລະກົດ 2025 ທີ່ ສວນບັນດາເຜົ່າ ບ້ານ ດານຊີ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
ໃຫ້ກຽດເຂົ້າຮ່ວມໃນພິທີຖະແຫຼງຂ່າວ ງານວັດທະນະທໍາຊົນເຜົ່າ, ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ແນວລາວສ້າງຊາດຄົບຮອບ 75ປີ, ເຊິງງານໃນຄັ້ງນີ້ກໍ່ແມ່ນໜື່ງໃນ 09 ກິດຈະກຳ ທີ່ ແນວລາວສ້າງຊາດກຳນົດໄວ້.
ຈຸດປະສົງຫຼັກຂອງງານຄັ້ງນີ້ແມ່ນເພື່ອເຕົ້າໂຮມຄວາມສາມະຄີ, ສ້າງຄວາມເປັນປຶກແຜ່ນ ແລະ ຄວາມເອກະພາບພາຍໃນ ຂອງ 50 ຊົນເຜົ່າ ຢູ່ ສປປ ລາວ ໄດ້ມາສະແດງອອກໃນງານພົບປະ, ສະແດງສິລະປະ ແລະ ກິດຈະກຳອຶ່ນໆຮ່ວມກັນ, ເພື່ອເປັນການຟື້ນຟູ, ສົ່ງເສີມ ແລະ ອານຸລັກຮັກສາວັດທະນະທຳ, ຮີດຄອງ – ປະເພນີ, ສິລະປະວັນນະຄະດີ, ສິລະປະການສະແດງ, ບົດຂັບລຳ, ເຄື່ອງດົນຕຣີ ແລະ ເຄື່ອງໃຊ້ສອຍໃນຊີວິດປະຈໍາວັນ ຂອງ 50 ຊົນເຜົ່າ ໃຫ້ມີຢູ່ຄຽງຄູ່ກັບຊາດລາວ. ພ້ອມທັງ ເປັນການເຜີຍແຜ່ ແລະ ນໍາສະເໜີໃຫ້ພໍ່ແມ່ປະຊາຊົນນະຄອນຫຼວງວຽງຈັນ, ກໍຄືທົ່ວປະເທດໄດ້ຮູ້ – ໄດ້ເຫັນ -ໄດ້ສຳພັດ ຄວາມຈິງວ່າ ສວນບັນດາເຜົ່າ ແຫ່ງນີ້ ທີ່ເປັນແຫຼ່ງທ່ອງທ່ຽວ ແລະ ສູນການຮຽນຮູ້ ດ້ານວິຖີຊີວິດ, ວັດທະນະທຳ, ຮີດຄອງປະເພນີ, ຊຸດອາພອນ, ເຄື່ອງໃຊ້, ເຮືອນຢູ່, ບ່ອນຢູ່ອາໄສ ແລະ ອຶ່ນໆ ຂອງ 50 ຊົນເຜົ່າ.

ງານວັດທະນະທໍາຊົນເຜົ່າຄັ້ງນີ້ປະກອບດ້ວຍກິດຈະກຳແຕ່ລະມື້ດັ່ງນີ້:
1) ການເຂົ້າຢ້ຽມຊົມຫໍວາງສະແດງມູນເຊື້ອບັນດາເຜົ່າ;
2) ທ່ຽວຊົມ-ຊື້ສິນຄ້າຢູ່ໃນຮ້ານວາງສະແດງຜະລິດຕະພັນຂອງບັນດາເຜົ່າ ເຊັ່ນ: ເຄື່ອງນຸ່ງຫົ່ມເຄື່ອງຫັດຖະກຳ, ເຄື່ອງໃຊ້ ແລະ ອາຫານຂອງຊົນເຜົ່າຕ່າງໆ ທີ່ ມີລັກສະນະສະເພາະເຜົ່າ;
3) ຊົມການເດີນແບບຜ້າລາຍນາກ, ຊົມສິລະປະລຳວົງລາວ, ຮັບຟັງສິລະປະສຽງແຄນລາວ ເຊິງສິລະປະດັ່ງກ່າວໄດ້ຖືກຮັບຮອງເປັນມໍລະດົກໂລກມາແລ້ວ ແລະ ນອກຈາກນັ້ນຈະໄດ້ ຮັບຊົມການສະແດງສິລະປະຂອງແຕ່ລະຊົນເຜົ່າ, ຮັບຊົມໜ່ວຍສິລະປະ ຂອງສວນບັນດາ ເຜົ່າ ແລະ ໜ່ວຍສິລະປະຂອງ ໂຮງຮຽນປະຖົມ – ມັດທະຍົມຈາກເມືອງນາຊາຍທອງ;
4) ຢ້ຽມຊົມເຮືອນຊົນເຜົ່າ ແລະ ຊີມອາຫານທີ່ເປັນເອກະລັກຂອງບັນດາຊົນເຜົ່າຄື: ຊົນເຜົ່າລາວ, ຊົນເຜົ່າກຶມມຸ, ຊົນເຜົ່າມົ້ງ, ຊົນເຜົ່າລື້, ຊົນເຜົ່າຜູ້ໄທ, ຊົນເຜົ່າບຣູ, ຊົນເຜົ່າກະຕູ, ຊົນເຜົ່າອາຄາ, ຊົນເຜົ່າໄຕດຳ, ຊົນເຜົ່າຫໍ້ ແລະ ອື່ນໆ… ທີ່ ສະແດງໃຫ້ເຫັນວິຖີຊີວິດ ຂອງ ພີ່ນ້ອງຊົນເຜົ່າ;
5) ຮ່ວມພິທີບາສີສູຂັວນ ແລະ ລຳວົງສາມັກຄີຕາມປະເພນີຊົນເຜົ່າລາວ(ຢູ່ໃນສະໂມສອນ);
6) ໃນວັນທີ 11 ສິງຫາ 2025 ພິທີເປີດງານເປັນທາງການຈະມີຂະບວນການແຫ່ສັນຍະລັກ / ວັດທະນະທໍາ ຂອງບັນດາເຜົ່າທົ່ວປະເທດຄື: ຊົນເຜົ່າລາວ, ຊົນເຜົ່າກຶມມຸ, ຊົນເຜົ່າມົ້ງ, ຊົນເຜົ່າລື້, ຊົນເຜົ່າຜູ້ໄທ, ຊົນເຜົ່າບຣູ, ຊົນເຜົ່າກະຕູ, ຊົນເຜົ່າອາຄາ, ຊົນເຜົ່າໄຕດຳ ໄຕແດງຊົນເຜົ່າຫໍ້ ແລະ ອື່ນໆອີກຫຼາຍຊົນເຜົ່າ.
7) ຊົມການເດີນແບບ ທີ່ມີອາພອນເຄື່ອງນຸ່ງຫົ່ມຂອງ 50 ຊົນເຜົ່າ.
ທ່ານໃດຍັງຕ້ອງການຂໍ້ມູນເພີ່ມເຕີມ ຫຼື ສອບຖາມ ແມ່ນຕິດຕໍ່ໄດ້ ທີ່:
ຫ້ອງການ ຂອງສວນບັນດາເຜົ່າ ໃນໂມງ ລັດຖະການ 8:00 -17:00 ໂມງບ້ານ ດານຊີ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.
ຕິດຕໍ່ກັບ : ທ່ານ ນາງ ລັດສະໝີ ໄຊຍະວົງ ເບີໂທລະສັບ : 020 55448899 ແລະ ທ່ານ ນາງ ຄໍາຫຼ້າ ລໍເບຣຍຍ່າວ ເບີໂທລະສັບ : 020 96 899 684.
