ພາກລັດ ແລະ ພາກທຸລະກິດ ຮ່ວມກັນປຶກສາຫາລື ເພື່ອກຳນົດທິດທາງຂອງສູນບໍລິການອາຊີວະສຶກສາແບບຄວບຄູ່ (ອສຄ)

ພາກລັດ ແລະ ພາກທຸລະກິດ ຮ່ວມກັນປຶກສາຫາລື ເພື່ອກຳນົດທິດທາງຂອງສູນບໍລິການອາຊີວະສຶກສາແບບຄວບຄູ່ (ອສຄ)

ສູນບໍລິການອາຊີວະສຶກສາແບບຄວບຄູ່ ປະຈໍາສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໂດຍຮ່ວມກັບ ກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດກອງປະຊຸມປຶກສາຫາລືຂຶ້ນໃນວັນຈັນ  ວັນທີ 6 ເດືອນ ກໍລະກົດ 2020 ທີ່ ສຄອຊ.

ໃຫ້ກຽດເປັນປະທານກອງປະຊຸມ ໂດຍມີ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສຄອຊ ແລະ ທ່ານ ສົມລິດ ວິຣິິວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ມີຜູ້ເຂົ້າຮ່ວມຈາກກະຊວງສຶກສາທິການ ແລະ ກິລາ, ຫ້ອງການສະພາອາຊີວະສຶກສາແຫ່ງຊາດ, ຊ່ຽວຊານໂຄງການ VELA, ຄະນະເລຂາທິການ, ພະແນກແວດລ້ອມທຸລະກິດ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ແລະ ທິມງານ ສູນບໍລິການ ອສຄ.

ຈຸດປະສົງຂອງກອງປະຊຸມ ແມ່ນ ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄືບໜ້າ ໃນການດຳເນີນງານ ແລະ ກຳນົດທິດທາງໃນການກະກຽມການເປີດ ສູນບໍລິການ ອາຊີວະສຶກສາແບບຄວບຄູ່ ຢ່າງເປັນທາງການ. ພາຍຫລັງກ່າວຈຸດປະສົງຂອງກອງປະຊຸມແລ້ວ ທ່ານປະທານກອງປະຊຸມກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມ ໂດຍທ່ານໄດ້ເນັ້ນຄວາມໝາຍຄວາມສໍາຄັນໃນການຈັດກອງປະຊຸມຮ່ວມກັບພາກລັດ ເພື່ອແລກປ່ຽນຄວາມຄິດເຫັນໃນການຈັດຕັ້ງປະຕິບັດກິດຈະກໍາຂອງສູນບໍລິການ ສອຄ ແລະ ການເປີດຕົວສູນບໍລິການ ອສຄ ຄຽງຄູ່ກັບວາລະການເປີດກອງປະຊຸມໃຫຍ່ຂອງ ສຄອຊ. ທ່ານປະທານຮ່ວມ ກໍ່ໄດ້ຖືໂອກາດນີ້ຢັ້ງຢືນວ່າການປະຕິຮູບອາຊີວະສຶກສາຍັງສືບຕໍ່ເຮັດຕະຫລອດເພື່ອພັດທະນາໃຫ້ທັນກັບສະພາບການໃນຂົງເຂດປະເທດສະມາຊິກອາຊຽນ. ໂດຍສະເພາະໃນໄລຍະຖືກກະທົບຈາກການລະບາດຂອງພະຍາດອັກເສບປອດ ໂຄວິດ 2019 ສູ່ໃນເງື່ອນໄຂການດໍາລົງຊີວິດແບບໃໝ່ ຫຼື New Normal ນີ້ຍິ່ງຕ້ອງໄດ້ເອົາໃຈໃສ່ເພີ່ມຂຶ້ນ.

ກອງປະຊຸມໄດ້ຮັບຟັງການສະເໜີ ຄວາມເປັນມາຂອງການສ້າງຕັ້ງ ສູນບໍລິການ ອສຄ ແລະ ຜົນການຈັດຕັ້ງປະຕິບັດກິດຈະກໍາຂອງ ສູນບໍລິການ ອສຄ ໃນໄລຍະຫົກເດືອນທ້າຍປີ 2019 ແລະ ຫົກເດືອນຕົ້ນປີ 2020, ການນໍາສະເໜີແຜນການຈັດຕັ້ງປະຕິບັດກິດຈະກໍາຫົກເດືອນທ້າຍປີ ແລະ ແຜນສະເພາະໃນສາມເດືອນຂ້າງໜ້າ (ກໍລະກົດ-ສິງຫາ-ກັນຍາ, 2020) ພ້ອມທັງການປຶກສາຫາລື ແນວທາງການຈັດຕັ້ງປະຕິບັດ ໃນການກະກຽມການເປີດ ສູນບໍລິການ ອສຄ ຢ່າງເປັນທາງການ.

ການສົ່ງເສີມອາຊີວະສຶກສາ ໄປຄຽງຄູ່ກັບສະພາການຄ້າ ຫຼື ອາຊີວະສຶກສາ ແລະ ພາກທຸລະກິດ ແມ່ນໜຶ່ງໃນຍຸດທະສາດຫຼັກຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ໃນການພັດທະນາຊັບພະຍາກອນມະນຸດ ແລະ ອາຊີວະສຶກສາແບບຄວບຄູ່ ຫຼື DCT ແມ່ນກົນໄກອັນສຳຄັນທີ່ຈະສ້າງໃຫ້ນັກນັກຮຽນ-ນັກສຶກສາມີຄວາມພ້ອມເຂົ້າສູ່ຕະຫລາດແຮງງານ ໂດຍການຮຽນຮູ້ຈາກທັງທິດສະດີ ຈາກວິທະຍາໄລອາຊີວະສຶກສາ ແລະ ການຮຽນຮູ້ ປະສົບການຕົວຈິງຈາກການຮຽນປະຕິບັດໃນສະຖານທີ່ເຮັດວຽກຕົວຈິງ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword