ກອງປະຊຸມປຶກສາຫາລືພາກລັດ-ທູລະກິດ ລະດົມແນວຄວາມຄິດໃສ່ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ(ສະບັບປັບປູງ 2016)

ກອງປະຊຸມປຶກສາຫາລືພາກລັດ-ທູລະກິດ ລະດົມແນວຄວາມຄິດໃສ່ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ(ສະບັບປັບປູງ 2016)

ກອງປະຊຸມປຶກສາຫາລືພາກລັດ-ທູລະກິດ ລະດົມແນວຄວາມຄິດໃສ່ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ(ສະບັບປັບປູງ 2016), ໃນວັນທີ 27 ຕຸລາ 2023, ໂຮງແຮມ ຄຣາວນ໌ ພລາຊາ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ (ກຜທ) ໄດ້ຈັດກອງປະຊຸມປຶກສາຫາລືພາກລັດ ແລະ ພາກທຸລະກິດ ລະດົມແນວຄວາມຄິດໃສ່ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ( ສະບັບ ປັບປູງ 2016 ) ພາຍໃຕ້ກົນໄກຂອງ ກອງປະຊຸມ ທຸລະກິດລາວ (LBF). ໃນວັນທີ 27 ຕຸລາ 2023, ໂຮງແຮມ ຄຣາວນ໌ ພລາຊາ

ທ່ານ ປອ.ນ. ວາລີ ເວດສະພົງ ຮອງປະທານ ສຄອຊ ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ປອ. ສະຖາບັນດິດ ອິນສີຊຽງໃຫມ່ ຮອງລັດຖະມົນຕີ ກຜທ, ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 40 ກວ່າທ່ານ ລວມທັງຈາກພາກທຸລະກິດ ແລະ ຈາກກົມສົ່ງເສີມການລົງທຶນ, ຈາກພາກທູລະກິດແຂກທີ່ເຂົ້າຮ່ວມສ່ວນຫຼາຍແມ່ນຄະນະບໍລິຫານຂອງ ສຄອຊ, ກຸ່ມສະມາຄົມ ແລະ ກໍຍັງມີນັກກົດໝາຍ ແລະ ຊ່ຽວຊານຂອງໂຄງການ ​ LCT.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ລະດົມແນວຄວາມຄິດໃສ່ ຮ່າງກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ( ສະບັບ ປັບປູງ 2016 ), ໃນກອງປະຊຸມຄັ້ງນີ້ໄດ້ມີການປັບປຸງທັງໝົດ 41 ມາດຕາ ເຊິ່ງສາມາດສະຫຼຸບ ດັ່ງຕໍ່ໄປນີ້:

  • ມາດຕາທີ່ມີການປັບປຸງເນື້ອໃນ ຈໍານວນ 14 ມາດຕາ
  • ປັບປຸງເນື້ອໃນ ຄະນະ ຄລທ ມາເປັນ ກະຊວງ ຜທ ຈໍານວນ 10 ມາດຕາ
  • ຕັດເນື້ອໃນມາດຕາ ກ່ຽວກັບ ການພັດທະນາເຂດເສດຖະກິດພິເສດ ແລະ ຄະນະ ຄລທ ຈໍານວນ 12 ມາດຕາ
  • ປັດປຸງເນື້ອໃນໃຫ້ ສອດຄ່ອງກັບນິຕິກໍາກ່ຽວຂ້ອງ ແລະ ສະພາບການຈັດຕັ້ງປະຕິບັດກົດໝາຍຕົວຈິງ ຈໍານວນ 6 ມາດຕາ

ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍ ໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword