ສຄອຊ, ສທກລ ແລະ ທະນາຄານນະໂຍບາຍ ໄດ້ຮ່ວມກັນເຊັນບົດບັນທຶກຂໍ້ຕົກລົງ (MOA) ຮ່ວມມື ພາຍໃຕ້ຫົວຂໍ້ໂຄງການ “ສົ່ງເສີມຄວາມເຂັ້ມແຂງຂອງທຸລະກິດກະສິກຳລາວ”
ນະຄອນຫຼວງວຽງຈັນ, ວັນທີ 10 ຕຸລາ 2025 – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ສະມາຄົມທຸລະກິດກະສິກຳລາວ (ສທກລ) ແລະ ທະນາຄານນະໂຍບາຍ ໄດ້ຮ່ວມກັນເຊັນບົດບັນທຶກຂໍ້ຕົກລົງ (MOA)
ຢ່າງເປັນທາງການ ພາຍໃຕ້ຫົວຂໍ້ໂຄງການ “ສົ່ງເສີມຄວາມເຂັ້ມແຂງຂອງທຸລະກິດກະສິກຳລາວ” ທີ່ຫ້ອງປະຊຸມຂອງ ສຄອຊ.
.
ການເຊັນບົດບັນທຶກຂໍ້ຕົກລົງ (MOA) ຍຸດທະສາດ 3 ຝ່າຍນີ້ ຕາງໜ້າ ສຄອຊ ລົງນາມໂດຍທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ, ຕາງໜ້າ ສທກລ ລົງນາມໂດຍທ່ານ ຄຳອ້ວນ ຄຳພູແກ້ວ ຮອງປະທານ ສທກລ ແລະ ຕາງໜ້າທະນາຄານນະໂຍບາຍລົງນາມໂດຍ ທ່ານ ສຸພັກ ຖິ່ນໄຊພອນ ຜູ້ອຳນວຍການ ທະນາຄານນະໂຍບາຍ.
.
ການເຊັນບົດບັນທຶກໃນຄັ້ງນີ້ມີເປົ້າໝາຍເພື່ອສ້າງການຮ່ວມມືຍຸດທະສາດລະຫວ່າງພາກລັດ ແລະ ພາກເອກະຊົນ ໃນຮູບແບບທີ່ເທົ່າທຽມ ແລະ ມີຜົນປະໂຫຍດຮ່ວມກັນ ເພື່ອຍົກລະດັບການຜະລິດກະສິກຳຂອງລາວໃຫ້ມີຄວາມໝັ້ນຄົງ, ເຂັ້ມແຂງ ແລະ ສາມາດແຂ່ງຂັນໄດ້ໃນຕະຫຼາດພາຍໃນ ແລະ ຕ່າງປະເທດ.
.
ການຮ່ວມມືຂອງສາມຝ່າຍນີ້ຈະມີການດໍາເນີນງານຮ່ວມກັນໃນຫຼາຍດ້ານ ໂດຍສຸມໃສ່ການສ້າງກົນໄກສະໜັບສະໜູນເພື່ອຍົກສິນຄ້າກະສິກຳທີ່ມີທ່າແຮງໃຫ້ສອດຄ່ອງກັບບູລິມະສິດຂອງລັດຖະບານ, ສົ່ງເສີມການຜະລິດ ແລະ ປຸງແຕ່ງສິນຄ້າໃຫ້ໄດ້ມາດຕະຖານເພື່ອທົດແທນການນໍາເຂົ້າ, ພັດທະນາແຫຼ່ງທຶນທີ່ເໝາະສົມໃຫ້ຜູ້ປະກອບການເຂົ້າເຖິງສິນເຊື່ອໄດ້ງ່າຍຂຶ້ນ, ຍົກລະດັບຄວາມສາມາດຂອງທຸລະກິດກະສິກໍາຜ່ານການຝຶກອົບຮົມ ແລະ ການສ້າງໂມເດວຕົວຢ່າງທີ່ສາມາດຂະຫຍາຍຜົນໄດ້ໃນພາຍຫຼັງ, ພ້ອມທັງຊ່ວຍຫຼຸດຜ່ອນຄວາມທຸກຍາກໃນຊົນນະບົດ ແລະ ຍົກຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນ.
.
ໃນພິທີເຊັນບົດຂໍ້ຕົກລົງນີ້, ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສຄອຊ ກ່າວມີຄຳເຫັນວ່າ ການຮ່ວມມືນີ້ເປັນບາດກ້າວສຳຄັນໃນການຜັນຂະຫຍາຍແຜນຍຸດທະສາດການພັດທະນາຕ່ອງໂສ້ມູນຄ່າກະສິກຳຂອງ ສຄອຊ ໂດຍຜ່ານກົນໄກ “4 ຮ່ວມ” ຄື ຜູ້ຜະລິດ, ຕະຫຼາດ, ຜູ້ສະໜອງປັດໄຈ ແລະ ສະຖາບັນການເງິນ. ສຄອຊ ຈະເຮັດໜ້າທີ່ເປັນຈຸດສູນກາງໃນການປະສານງານທັງ 4 ຝ່າຍໃຫ້ເກີດຜົນສຳເລັດ ໂດຍຜູ້ຜະລິດຈະໄດ້ຮັບການສົ່ງເສີມໃຫ້ພັດທະນາຄຸນນະພາບສິນຄ້າ, ຕະຫຼາດຮັບປະກັນການຈຳໜ່າຍຢ່າງຕໍ່ເນື່ອງ, ຜູ້ສະໜອງປັດໄຈເຊັ່ນວັດຖຸດິບ ແລະ ເຄື່ອງມືການຜະລິດຈະມີມາດຕະຖານທີ່ດີ, ແລະ ສະຖາບັນການເງິນຈະເປີດໂອກາດໃຫ້ທຸລະກິດເຂົ້າເຖິງແຫຼ່ງທຶນໄດ້ສະດວກຂຶ້ນ.
.ການເຊັນ MOA ໃນຄັ້ງນີ້ຖືເປັນອີກໜຶ່ງກ້າວສຳຄັນໃນການຂັບເຄື່ອນເສດຖະກິດກະສິກຳຂອງລາວໃຫ້ເຂັ້ມແຂງ ແລະ ມີຄວາມຍືນຍົງ ຜ່ານຄວາມຮ່ວມມືຢ່າງມີຮູບປະທຳຂອງພາກສ່ວນຕ່າງໆ ເພື່ອສ້າງລະບົບກະສິກຳທີ່ເປັນທາງອອກໃໝ່ໃຫ້ແກ່ທຸລະກິດລາວໃນໄລຍະຕໍ່ໜ້າ.
