ກອງປະຊຸມສຳມະນາໃຫ້ພາກທຸລະກິດ ກ່ຽວກັບພາລະບົດບາດຄະນະກຳມະການຄຸ້ມຄອງໄພພິບັດ ແຫ່ງຊາດ, ກົດໝາຍຄຸ້ມຄອງໄພພິບັດ ໃນການຈັດຕັ້ງປະຕິບັດ ແລະ ການສະໜັບສະໜູນຂອດການປະສານງານ
ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໃນນາມຕ່າງໜ້າຜູ້ໃຊ້ແຮງງານ ໄດ້ຈັດກອງປະຊຸມສຳມະນາໃຫ້ພາກທຸລະກິດ ກ່ຽວກັບພາລະບົດບາດຄະນະກຳມະການຄຸ້ມຄອງໄພພິບັດ ແຫ່ງຊາດ,
ກົດໝາຍຄຸ້ມຄອງໄພພິບັດ ໃນການຈັດຕັ້ງປະຕິບັດ ແລະ ການສະໜັບສະໜູນຂອດການປະສານງານ, ໃນວັນທີ 27 ມິຖຸນາ 2025 ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ), ນະຄອນຫຼວງວຽງຈັນ.
ເຊີ່ງກອງປະຊຸມດັ່ງກ່າວ ໃຫ້ກຽດເປັນປະທານເປີດກອງປະຊຸມ ຂອງ ທ່ານ ປອ. ໄຊບັນດີດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຜູ້ຊີ້ນຳວຽກງານຕ່າງໜ້າຜູ້ໃຊ້ແຮງງານ ແລະ ອຸດສາຫະກຳ (ສຄອຊ), ແລະ ທ່ານ ປອ. ນາງ ຈັນສີ ພົມມະຈັນ, ປະທານ ອົງການຈັດຕັ້ງທາງສັງຄົມລາວ (LCCC) ພ້ອມກັນນັ້ນກໍ່ຍັງມີບັນດາຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ຄະນະກຳມະທິການຕ່າງໜ້າຜູ້ໃຊ້ແຮງງານ ແລະ ອຸດສາຫະກຳ, ສຄອຊ, ສູນກາງສະຫະພັນກຳມະບານລາວ, ພະແນກ ແຮງງານ ແລະ ສະຫວັດດີການ ນະຄອນຫຼວງ, ສະມາຄົມກຸ່ມທຸລະກິດ ພ້ອມດ້ວຍພະແນກການທີ່່ກ່ຽວຂ້ອງ ໃນ ສຄອຊ ແລະ ຂະແໜງການທຸລະກິດ ເຂົ້າຮ່ວມ.
ເຊີ່ງຈຸດປະສົງຂອງກອງປະຊຸມສໍາມະນາເຜີຍແຜ່ກ່ຽວກັບພາລະບົດບາດຄະນະກຳມະການຄຸ້ມຄອງໄພພິບັດ, ນຳສະເໜີ ກ່ຽວກັບ ກົດໝາຍວ່າດ້ວຍການຄຸ້ມຄອງໄພພິບັດ ແລະ ພາລະບົດບາດ ຄະນະກໍາມະການຄຸ້ມຄອງໄພພິບັດໂດຍ ກົມສັງຄົມສົງເຄາະ, ນຳສະເໜີ ແຜນຍຸດທະສາດການຫຼຸດຜ່ອນຄວາມສ່ຽງໄພພິບັດແຫ່ງຊາດ 2020-2030. ໂດຍ ກົມສັງຄົມສົງເຄາະ, ການຈັດຕັ້ງປະຕິບັດແຜນຍຸດທະສາດ ແລະ ກົນໄກ ແລະ ຂອດປະສານງານ TOR LDPP (ສາມພາກສ່ວນ) ເພື່ອຜັນຂະຫຍາຍມາເປັນ ທີໂອອ່າ ພາຍໃນຂອງແຕ່ລະພາກສ່ວນ ແລະ ພາກທຸລະກິດເອກະຊົນ ສູນກາງ /ຕ່າງແຂວງ ໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ
ຜ່ານຂໍ້ກຳນົດ TOR ຂອງກົນໄກການປະສານງານຂອງການຮ່ວມມືໃຫ້ແກ່ຄູ່ຮ່ວມງານ ພາກລັດຖະບານ, ພາກທຸລະກິດ (ເອກະຊົນ) ແລະ ອົງການຈັດຕັ້ງທາງສັງຄົມ. ພ້ອມກັນນັ້ນ ກໍ່ຍັງຈະໄດ້ເຜີຍແຜ່ ກ່ຽວກັບ (TOR Term of Reference ) ຂອງກົນໄກປະສານງານ LDPP (Lao Disaster preparedness Partnership) ເພື່ອຜັນຂະຫຍາຍມາເປັນ TOR ພາຍໃນຂອງແຕ່ລະພາກສ່ວນໂດຍອີງໃສ່ກົນໄກສາມຝ່າຍຂອງ LDPP.

