ສຳເລັດ ຝຶກອົບຮົມ ໃນຫົວຂໍ້ “ວິທີການເຂົ້າຕະຫລາດໂດຍຜ່ານງານວາງສະແດງຢ່າງມືອາຊິບ”

ສຳເລັດ ຝຶກອົບຮົມ ໃນຫົວຂໍ້ “ວິທີການເຂົ້າຕະຫລາດໂດຍຜ່ານງານວາງສະແດງຢ່າງມືອາຊິບ”

ໃນຕອນບ່າຍ ວັນທີ 07 ທັນວາ 2021, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສູນການຄ້າສາກົນ International Trade Centre (ICT) ພາຍໃຕ້ໂຄງການ ສົ່ງເສີມທຸລະກິດ ສີຂຽວ (GREEN  to COMPETE HUB LAOS) ໄດ້ຈັດຝຶກອົບຮົມ

ໃນຫົວຂໍ້ “ວິທີການເຂົ້າຕະຫລາດໂດຍຜ່ານງານວາງສະແດງຢ່າງມືອາຊິບ” ໃນຮູບແບບ ອອນລາຍ, ແຂກຖືກເຊີນເຂົ້າຮ່ວມຕ່າງໜ້າຫົວໜ່ວຍທຸລະກິດຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ ລວມທັງໝົດ 36 ທ່ານ.

ໃຫ້ກຽດເປັນປະທານໂດຍ ທ່ານ ນາງ ສຸພະພອນ ຄຳແສນນາມ ຮອງ ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໃນການຝຶກອົບຮົມລວມມີທັງໝົດ 2 ຫົວຂໍ້ຫຼັກ ທີ່ກວມເອົາເນື້ອໃນການຖ່າຍຖອດຄວາມຮູ້ກ່ຽວກັບການກຽມຄວາມພ້ອມໃນການເຂົ້າຮ່ວມງານວາງສະແດງ ພ້ອມກັບການກຳນົດກຸ່ມລູກຄ້າໃຫ້ຖືກກັບສິນຄ້າ ແລະ ການບໍລິການ ໂດຍການປັບປຸງ, ອັບເດດ ຂໍ້ມູນບັນດາເອກະສານການຕະຫລາດເຊັ່ນ: ການຫຸ້ມຫໍ່, ການໂຄສະນາ, ການກຳນົດຢຸດທະສາດການຕະຫຼາດທີ່ຖືກຕ້ອງ, ການເຂົ້າເຖິງລູກຄ້າໂດຍລະບົບການໃຊ້ດິຈິຕ້ອນ ແລະ ມີການກຳນົດຮູບແບບການສື່ສານທີ່ຊັດເຈນ ເພື່ອສ້າງຄວາມອາດສາມາດໃນການແຂງຂັນຂອງທຸລະກິດ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword