ງານສໍາມະນາ ພາຍໃຕ້ຫົວຂໍ້ “ການຂົນສົ່ງ ແລະ ການຈັດສົ່ງສິນຄ້າ ຕາມຈຸດທ່າບົກຕ່າງໆທັງພາຍໃນ ແລະ ສົ່ງອອກຕ່າງປະເທດຂອງ ສປປ ລາວ”

ງານສໍາມະນາ ພາຍໃຕ້ຫົວຂໍ້ “ການຂົນສົ່ງ ແລະ ການຈັດສົ່ງສິນຄ້າ ຕາມຈຸດທ່າບົກຕ່າງໆທັງພາຍໃນ ແລະ ສົ່ງອອກຕ່າງປະເທດຂອງ ສປປ ລາວ”

ໃນຕອນເຊົ້າ ຂອງວັນທີ 9 ທັນວາ 2021, ທີ່ ຫ້ອງການ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ. ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ບໍລິສັດ ວຽງຈັນ ໂລຈິສຕິກ ພາກ ຈໍາກັດ

ໄດ້ມີການຈັດງານສໍາມະນາ ພາຍໃຕ້ຫົວຂໍ້ “ການຂົນສົ່ງ ແລະ ການຈັດສົ່ງສິນຄ້າ ຕາມຈຸດທ່າບົກຕ່າງໆທັງພາຍໃນ ແລະ ສົ່ງອອກຕ່າງປະເທດຂອງ ສປປ ລາວ”, ໂດຍເປັນກຽດກ່າວເປີດງານໂດຍ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ) ແລະ ເປັນກຽດກ່າວຄໍາເຫັນໂດຍ ທ່ານ ຈັນທອນ ສິດທິໄຊ, ປະທານ ບໍລິສັດ ວຽງຈັນ ໂລຈິສຕິກ ພາກ ຈໍາກັດ ແລະ ປະທານ ບໍລິສັດ ທ່າບົກ-ທ່ານາແລ້ງ, ຮ່ວມບັນຍາຍໂດຍ ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການໃຫຍ່ ບໍລິສັດ ທ່າບົກ-ທ່ານາແລ້ງ, ເຊິ່ງພາຍໃນງານປະຊຸມສໍາມະນາດັ່ງກ່າວ ກໍ່ໄດ້ມີການເຂົ້າຮ່ວມຈາກ ທ່ານ ຄະນະບໍລິຫານງານ ສຄອຊ, ທ່ານ ຄະນະທີ່ປຶກສາ ສຄອຊ, ຄະນະເລຂາທິການ ສຄອຊ, ສຄອ ແຂວງ ທົ່ວປະເທດລາວ, ແລະ ບໍລິສັດທີ່ເປັນສະມາຊິກຈາກ ສຄອຊ, ຢູ່ ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ລວມທັງໝົດ 117 ທ່ານ ໃນນັ້ນມີການເຂົ້າຮ່ວມຜ່ານທາງອອນລາຍ 67 ທ່ານ.

ຈຸດປະສົງຂອງການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ແມ່ນເພື່ອແລກປ່ຽນບົດຮຽນກ່ຽວກັບການບໍລິການ ແລະ ການຄ່ຽນຖ່າຍສິນຄ້າຢູ່ຕາມຈຸດທ່າບົກຕ່າງໆຂອງ ສປປ ລາວ ລວມທັງການກະກຽມຂັ້ນຕອນ ແລະ ເອກະສານຂອງການຂົນສົ່ງຕ່າງໆ, ການບໍລິການ ແລະ ອື່ນໆທີ່ກ່ຽວຂ້ອງ, ເພື່ອເເນໃສ່ສ້າງກາລະໂອກາດ ແລະ ຄວາມພ້ອມສໍາລັບນັກທຸລະກິດລາວ ເພື່ອໃຫ້ມີຊ່ອງທາງເພື່ອຍາດເເຍ່ງການຮ່ວມມືດ້ານການຄ້າ, ການລົງທຶນ, ໂລຈິສຕິກ, shipping ແລະ ອື່ນໆ ຕາມເສັ້ນທາງທ່າບົກ (Dry port) ໂດຍສະເພາະແມ່ນເຂດທ່າບົກນະຄອນຫຼວງວຽງຈັນ-ທ່ານາແລ້ງ.

Write a Message

Your email address will not be published.

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword