ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການບໍລິການ

ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການບໍລິການ

ໃນວັນທີ 29 ມັງ​ກອນ 2020 ທີ່ສະ­ພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ​ ນະ​ຄອນ​ຫຼວງວຽ​ງ​ຈັນ, ໄດ້​ມີການ​ຈັດ​ກອງປະ­ຊຸມປຶກສາຫາ­ລືພາກທຸ­ລະກິດ ຂອງຂະ­ແໜງ­ການບໍ­ລິ­ການ ໂດຍການເປັນປະ­ທານ ຂອງ ທ່ານ ພູ­ໄຊ ເທບພະວົງ, ເລ­ຂາ­ທິ­ການ ສະ­ພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ.

ໃນນີ້ໄດ້ມີຜູ້ປະ­ກອບການຈາກຂະ​ແໜ​ງ​ການ ການ​ບໍ​ລິ​ການ ເຊັ່​ນ: ບໍ​ລິ​ສັດ​ທີ່​ປຶກ​ສາ​ກົດ​ໝາຍ, ບໍ​ລິ​ສັດ​ທີ່​ປຶກ​ສາ​ການ​ລົງ​ທຶນ ແລະ ບໍ​ລິ​ສັດອະ​ສັງ​ຫາ​ລິມະ​ຊັບ ລວມທັງກອງເລ­ຂາຂອງກອງປະ­ຊຸມທຸ­ລະກິດລາວ ເຂົ້າຮ່ວມ ທັງໝົດເປັນຈໍານວນ 22 ທ່ານ.

ກອງ​ປະ­ຊຸມ​ຄັ້ງ​ນີ້​ມີ​ຈຸດ­ປະ­ສົງ​ຫຼັກ​ແມ່ນ ເພື່ອ​ເປີດ​ໂອ­ກາດ​ໃຫ້​ບັັນ​ດາ​ຜູ້​ປະ­ກອບ​ການ​ຈາກ​ຂະ­ແໜງ­ການ​ບໍ​ລິ​ການ  ລະ­ດົມ​ຄວາມ​ຄິດ, ປຶກ­ສາ​ຫາ­ລື ແລະ ສະ­ເໜີ​ບັນ­ຫາ​ທີ່​ເປັນ​ອຸ­ປະ­ສັກ​ຕໍ່​ການ​ດໍາ​ເນີນ​ທຸ­ລະ​ກິດ​ໃນ​ຂະ­ແໜງ­ການ​ຂອງ​ຕົນ ແລະ ກຳ​ນົດ​ບັນ​ຫາ​ບູ​ລິ​ມະ​ສິດ​ຂອງ​ຂະ​ແໜງ​ການ ເພື່ອ​ໃຫ້ກອງ​ເລ­ຂາ​​ກອງ​ປະຊຸມ​ທຸ­ລະ​ກິດ​ລາວອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການຄົ້ນ­ຄວ້າກະ​ກຽມ​ບົດ​ສະ​ເໜີ​ບັນ​ຫາ ເພື່ອ​ໃຫ້​ພາກ​ທຸ​ລະ​ກິດ​ນຳ​ໄປ​ລາຍ​ງານພາກ​ລັດ­ຖະ­ບານ ພິ­ຈາ­ລະ­ນາ​ແກ້​ໄຂ ກະ­ກຽມ​ໃສ່​ກອງ​ປະ­ຊຸມ​ທຸ­ລະ​ກິດ​ລາວ ຄັ້ງ​ທີ 13.

ຕາມ​ຂະ​ບວນການ​​ກົນ​ໄກກອງ​ປະ­ຊຸມ​ທຸ­ລະ​ກິດ​ລາວ ກ່ອນ​ທີ່​ບັນ​ຫາ​ຈະ​​ຖືກ​ຍົກ​​ສະ​ເໜີໃຫ້​ພາກ​ລັດ­ຖະ­ບານພິ­ຈາ­ລະ­ນາ​ແກ້​ໄຂ ແມ່ນ​​: (1) ບັນ​ດາ​ຜູ້​ປະ​ກອບ​ການ​ຈະ ປຶກ­ສາ​ຫາ­ລື ແລະ ແລກ​ປ່ຽ​ນ​ຄຳ​ຄິດ​ເຫັນ ທີ່ກອງປະ­ຊຸມປຶກ­ສາຫາ­ລືພາກທຸ­ລະກິດ ຕາມ​ຂະ​ແໜງ​ການ​ຂອງ​ຕົນ ເພື່ອ​ຄັດ​ຈ້ອນ​ເອົາ​ບັນ­ຫາ​ບູລິ​ມະ​ສິດທີ່​ເປັນ​ອຸ­ປະ­ສັກ​ຕໍ່​ການ​ດໍາ​ເນີນ​ທຸ­ລະ​ກິດ​ໃນ​ຂະ­ແໜງ­ການ​ຂອງ​ຕົນ ເພື່ອ​ໃຫ້ກອງ​ເລ­ຂາ​​ກອງ​ປະຊຸມ​ທຸ­ລະ​ກິດ​ລາວ ຄົ້ນ­ຄວ້າ​. (2) ພາຍຫຼັງ​ການ​ຄົ້ນ​ຄວ້າ​ດັ່ງ​ກ່າວ, ພາກທຸ​ລ​ະ​ກິດ​ຈະ ນຳສະ​ເໜີເອົ​າ​ບັນ​ຫາ​ບູ​ລິ​ມະ​ສິດ ທີ່​ໄດ້​ຜ່ານ​ການ​ຄົ້ນ​ຄວ້າ ໃຫ້​ພາກ​ລັດພິ­ຈາ­ລະ­ນາ​ແກ້​ໄຂ ທີ່ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ໂດຍ​ການ​ເປັນ​ປະ​ທານ ຂອງ ຮອງ​ປະ​ທານ ສ​ະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ແຫ່ງ​ຊາດ​ລາວ ແລະ ຮອງ​ລັດ​ຖະ​ມົນ​ຕີ/ຄະ​ນະ​ກົມ ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກັບບັນ​ຫາ. (3) ຜ່ານກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດແລ້ວ, ທາງ ຄະ​ນະ​ກຳ​ມະ​ການ​ຊີ້​ນຳ ແລະ ປະ​ສານ​ງານກອງ​ປະຊຸມ​ທຸ­ລະ​ກິດ​ລາວ ​ ຊຶ່ງ​ປະ​ກອບ​ດ້ວຍ ລັດ​ຖະ​ມົນ​ຕີ ກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ​ຄະ​ນະປະ​ທານ ສ​ະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ແຫ່ງ​ຊາດ​ລາວ ແລະ ​ຄະ​ນະ​ກົມ​ຄົ້ນ​ຄວ້າ​ສັງ​ລວມ, ຫ້​ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະມົນ​ຕີ ຊຶ່ງຈະກຳ​ນົດ​ວາ​ລະ​ກອງ​ປະ​ຊຸ​ມທຸ​ລະ​ກິດ​ລາວ ປະ​ຈຳ​ປີ​.

ບັນ​ຫາ​ສ່ວນ​ໃຫຍ່ທີ່​ຜູ້​ປະ­ກອບ​ການ​ຈາກ​ຂະ­ແໜງ­ການ​ບໍ​ລິ​ການ ໄດ້​ມີ​ການປຶກ­ສາ​ຫາ­ລື ແລະ ສະ­ເໜີທີ່ກອງປະ­ຊຸມປຶກສາຫາລື ພາກທຸ­ລະກິດຂອງຂະ­ແໜງ­ການບໍ­ລິ­ການ ແມ່ນ​ບັນ​ຫາ​ທີ່​ຕິດ​ພັນ​ກັບ​ການ​ເລີ່​ມ​ຕົ້ນ​ທຸ​ລະ​ກິດ ໂດຍ​ສະ​ເພາະ​ແມ່ນ​ຂອດ​ຂັ້ນ​ການ​ຂໍ​ອ​ະ​ນຸ​ຍາດ​ລົງ​ທຶນ, ການຂຶ້ນ​ທະ​ບຽນວິ​ສາ​ຫະ​ກິດ ແລະ ການ​ຂໍ​ອະ​ນຸ​ຍາ​ດຳ​ເນີນ​ທຸ​ລະ​ກິດ ພ້ອມ​ທັງ​ກັບ​ບັນ​ຫາ​ທີ່​ຕິດ​ຄັດ​ກັບ​ລະ​ບຽບ​ການ​ຄຸ້ມ​ຄອງ​ດ້ານ​ອະ​ສັງ​ຫາ​ລິ​ມະ​ຊັບ.

Related Posts

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more
ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ຝຶກອົບຮົມຫົວຂໍ້ “ການດຳເນີນທຸລະກິດທີ່ຮັບຜິດຊອບ ແລະ ຄວາມປອດໄພໃນສະຖານທີ່ເຮັດວຽກ”

ໃນວັນທີ 27-28 ມີນາ 2025 ທີ່ໂຮງແຮມ ທະວີສຸກ, ແຂວງວຽງຈັນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຂວງວຽງຈັນ ໄດ້ຈັດຝຶກອົບຮົມຫົວຂໍ້…Read more
ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV

ງານສົ່ງເສີມຜູ້ປະກອບການແມ່ຍິງຍຸກໃໝ່ ຄັ້ງທີ່ IV ເພື່ອໃຫ້ຄວາມຮູ້ ແລະ ສົ່ງເສີມຜູ້ປະກອບການຍິງ ຈັດຂື້ນໃນວັນທີ 19-20 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ)…Read more
ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ

ຝຶກອົບຮົມ ຫົວຂໍ້: ການດຳເນີນທຸລະກິດທີ່ມີຄວາມຮັບຜິດຊອບ, ລະບົບບໍລິຫານ-ຈັດການ , ວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານໃນສະຖານທີ່ເຮັດວຽກ ເຊີ່ງໄດ້ຈັດຂຶ້ນ ໃນວັນທີ 25 ມີນາ 2025, ທີ່ ໂຮງແຮມລາວພລາຊາ,…Read more

Enter your keyword