ສຄອຊ ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈໍາກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ
ນະຄອນຫຼວງວຽງຈັນ, 20 ກຸມພາ 2026 — ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ນຳໂດຍ ທ່ານ ປອ. ໄຊບັນດິດ ຣາຊະພົນ , ຮອງປະທານ ສຄອຊ
ໄດ້ເຂົ້າພົບປະ ແລະ ອວຍພອນປີໃໝ່ ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈໍາກັດຜູ້ດຽວ ໃນນາມສະມາຊິກ ຜູ້ຊົງຄຸນວຸດທິ ສຄອຊ.
ໃນໂອກາດດຽວກັນ, ທາງໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຍັງໄດ້ລາຍງານເຖິງຜົນສຳເລັດຂອງການດຳເນີນທຸລະກິດ ແລະ ຍຸດທະສາດຂອງໂຮງແຮມ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ໂຮງແຮມ ລາດຊະວົງ ວັນດາ ວິດສະຕາ (Latsavong Wanda Vista) ແມ່ນອາຄານສັນຍະລັກລະດັບ 5 ດາວ ແລະ ເປັນຕຶກແບບປະສົມປະສານ ທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ. ດ້ວຍຄວາມສູງ 138 ແມັດ ແລະ ມີທັງໝົດ 36 ຊັ້ນ, ເຮັດໃຫ້ຕຶກແຫ່ງນີ້ກາຍເປັນຕຶກທີ່ສູງທີ່ສຸດໃນປະເທດລາວ. ຕົວໂຮງແຮມໄດ້ປະສົມປະສານຄວາມຫຼູຫຼາ, ຄວາມສະດວກສະບາຍ ແລະ ການອອກແບບທີ່ທັນສະໄໝເຂົ້າກັນຢ່າງລົງຕົວ, ພ້ອມທັງມີຫ້ອງພັກ ແລະ ຫ້ອງຊຸດ (suites) ທີ່ຕົກແຕ່ງຢ່າງສວຍງາມ, ສາມາດຊົມວິວຕົວເມືອງໄດ້ຢ່າງຊັດເຈນ, ມີ Wi-Fi ແລະ ສິ່ງອຳນວຍຄວາມສະດວກທີ່ຈຳເປັນຄົບຊຸດ.
ແຂກທີ່ມາພັກເຊົາສາມາດເພີດເພີນໄປກັບຮ້ານອາຫານ ແລະ ບາຫຼາຍຮູບແບບ, ສະລອຍນ້ຳເທິງດາດຟ້າ, ສູນອອກກຳລັງກາຍທີ່ມີອຸປະກອນຄົບຊຸດ ແລະ ບໍລິການຜູ້ຊ່ວຍສ່ວນຕົວ (concierge) ຕະຫຼອດ 24 ຊົ່ວໂມງ. ດ້ວຍທີ່ຕັ້ງອັນເໝາະສົມ ເຊິ່ງຫ່າງຈາກສະໜາມບິນສາກົນວັດໄຕ ພຽງແຕ່ 9 ກິໂລແມັດ ແລະ ໃກ້ກັບສະຖານທີ່ທ່ອງທ່ຽວທີ່ສຳຄັນຕ່າງໆ, ລາດຊະວົງ ວັນດາ ວິດສະຕາ ຈຶ່ງເປັນທາງເລືອກທີ່ດີທີ່ສຸດສຳລັບທັງນັກທຸລະກິດ ແລະ ນັກທ່ອງທ່ຽວ ທີ່ຕ້ອງການຄວາມສະດວກສະບາຍ, ຄວາມທັນສະໄໝ ແລະ ຈຸດພັກເຊົາທີ່ເປັນສູນກາງໃນນະຄອນຫຼວງວຽງຈັນ.
