ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ

ເວລາ 3 ວັນ, ໂດຍເຕົ້າໂຮມເອົາຜູ້ຕາງໜ້າຈາກກະຊວງຫຼັກແຫຼ່ງ ແລະ ພາກທຸລະກິດ ຈໍານວນ 24 ທ່ານ ຮ່ວມກັນພັດທະນາ 4 ມາດຕະຖານອາຊີບ ເພື່ອສະໜັບສະໜູນໂຄງການ ຮຽນວິຊາຊີບຢູ່ສະຖານປະກອບການ (WBL) ພາຍໃຕ້ໂຄງການ ຂໍ້ລິເລີ່ມດ້ານອາຊີວະສຶກສາ ອາຊຽນ-ສະວິດເຊີແລນ (ASTI).
ກອງປະຊຸມວິຊາການຄັ້ງນີ້ມີ ທ່ານ ຕິ່ງຄຳ ສຸລິນທາ, ຮອງຫົວໜ້າ ກົມອາຊີວະສຶກສາ (ກົມ ອສ), ກະຊວງສຶກສາທິການ ແລະ ກິລາ (ສສກ), ແລະ ທ່ານ ພູໄຊ ເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ເປັນປະທານຮ່ວມ ໂດຍມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງທາງດ້ານນິຕິກຳ ແລະ ເຄື່ອງມືທີ່ຈຳເປັນ ໃນການຈັດຕັ້ງປະຕິບັດ ໂຄງການ ຮຽນວິຊາຊີບຢູ່ສະຖານປະກອບການ (WBL) ຢ່າງມີປະສິດທິຜົນ.
ຈຸດສຳຄັນຕ່າງໆທີ່ສຸມໃສ່ລວມມີ ການພັດທະນາຄູ່ມື, ມາດຕະຖານອາຊີບແຫ່ງຊາດ, ຫຼັກສູດອາຊີວະສຶກສາ. ບູລິມະສິດແມ່ນອາຊີບໃນຂະແໜງທີ່ມີຄວາມຕ້ອງການສູງ ເຊັ່ນ: ການຄຸ້ມຄອງສິນຄ້າຄົງຄັງ, ການບໍລິການລູກຄ້າ, ຊ່າງເຄື່ອງຈັກ-ເຄື່ອງມື, ແລະ ຊ່າງສ້ອມແປງລົດໄຟຟ້າ. ຄວາມພະຍາຍາມຮ່ວມມືດັ່ງກ່າວເປັນບາດກ້າວສຳຄັນໃນການເສີມສ້າງຄວາມພ້ອມຂອງກຳລັງແຮງງານຢູ່ລາວ.

Related Posts

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more
ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ກອງປະຊຸມປຶກສາຫາລືກ່ຽວກັບການເສີມສ້າງຄວາມຮ່ວມມືລະຫວ່າງສະຖານປະກອບການ-ສະຖານອາຊີວະສຶກສາ ສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 27 ພຶດສະພາ 2025 – ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ),…Read more
ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more
ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ໄດ້ມອບເງີນສະໜັບສະໜູນ ຈຳນວນ 100,000,000ກີບ ໃນນາມ ສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ

ໂຮງແຮມ ລາດຊະວົງ ວັນດ້າ ວິສຕ້າ ຈຳກັດຜູ້ດຽວ ໄດ້ມອບເງີນສະໜັບສະໜູນ ຈຳນວນ 100,000,000ກີບ ໃນນາມ ສະມາຊິກຜູ້ຊົງຄຸນວຸດທິ VVIP ຂອງ ສຄອຊ

ໃນວັນທີ 20 ພຶດສະພາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ມີພິທີມອບຮັບ ເງີນສະໜັບສະໜູນ ໃຫ້ແກ່ ສຄອຊ, ໂຮງແຮມ ລາດຊະວົງ…Read more
ກອງປະຊຸມສ້າງຂີດຄວາມສາມາດໃນການພັດທະນາຫຼັກສູດສຳລັບສະຖານອາຊີວະສຶກສາ ແລະ ສະຖານປະກອບການ

ກອງປະຊຸມສ້າງຂີດຄວາມສາມາດໃນການພັດທະນາຫຼັກສູດສຳລັບສະຖານອາຊີວະສຶກສາ ແລະ ສະຖານປະກອບການ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 20 ພຶດສະພາ 2025 – ກອງປະຊຸມສ້າງຂີດຄວາມສາມາດເປັນເວລາ 2 ວັນກ່ຽວກັບການພັດທະນາຫຼັກສູດສຳລັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL)…Read more

Enter your keyword