The 12th Lao Business Forum

The 12th Lao Business Forum

ນະຄອນຫຼວງວຽງຈັນ, ວັນທີ 12 ພະຈິກ, 2019, ກອງປະຊຸມທຸລະກິດລາວ ຄັ້ງທີ 12​ ໄດ້ຖືກຈັດຂຶ້ນ ທີ່ ຫໍປະຊຸມແຫ່ງຊາດ ແລະ ໄດ້ມີຜູ້ເຂົ້າຮ່ວມຈາກຂະແໜງການຕ່າງໆຂອງພາກລັດ,

ບັນດາ ຜູ້ປະກອບການ ລາວ ແລະ ຕ່າງປະເທດ, ບັນດາທ່ານທູດຕານຸທູດ, ແລະ ຜູ້ຕາງໜ້າ ອົງການຈັດຕັ້ງສາກົນຕ່າງໆ ເຂົ້າຮ່ວມ ຫຼາຍກວ່າ 500 ຄົນ.

ໃນ​ບົດ​ກ່າວ​ເປີດກອງ​ປະ​ຊຸມ ທ່ານ​ສົມ​ດີ​ ດວງ​ດີ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ດຳ​ເນີນ​ທຸ​ລະ​ກິດ​ຕໍ່​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຂອງ​ທຸ​ລະ​ກິດ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ໃນ​ຂະ​ແໜງ​ການ ທີ່ບໍ່​ເອື່ອຍ​ອີງ​ໃສ່ ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ໂດຍ​ສະ​ເພາະ​ແມ່ນ ຂະ​ແໜງ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ທ່ອງ​ທ່ຽວ ແລະ ການ​ປຸງ​ແຕ່ງ​ຜະ​ລິດ​ຕະ​ພັນ​ກະ​ສີ​ກຳ.

ກອງປະຊຸມທຸລະກິດລາວໃນຄັ້ງນີ້ ແມ່ນ ຖືກຈັດຂຶ້ນ ເພື່ອລາຍງານໝາກຜົນ ແລະ ຄວາມຄືບໜ້າຂອງການປຶກສາຫາລືລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ໃນໄລຍະໜຶ່ງປີຜ່ານມາ. ນອກຈາກນີ້ ກອງປະຊຸມຍັງໄດ້ກ່າວເຖິງຄວາມໝາຍ ແລະ ຄວາມສໍາຄັນ ຂອງ ເວທີ ການປຶກສາຫາລື ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ເປັນເວທີ ທີ່ຍົກໃຫ້ເຫັນບັນຫາ ແລະ ການແກ້ໄຂບັນຫາ ທີ່ມີຜົນກະທົບຕໍ່ພາກທຸລະກິດໃນ ສປປ ລາວ ຢ່າງແທ້ຈິງ. ຜູ້ຕາງໜ້າຈາກພາກທຸລະກິດ ຍັງໄດ້ກ່າວຊົມເຊີຍລັດຖະບານ ໃນການເອົາໃຈໃສ່ ຮັກສາຄວາມຍືນຍົງການເຕີບໂຕຂອງເສດຖະກິດ ໂດຍຜ່ານມາດຕະການປັບປຸງຕ່າງໆ ເພື່ອສະໜັບສະໜູນໃຫ້ມີການດໍາເນີນທຸລະກິດໃນຫຼາກຫຼາຍຂະແໜງການ, ປະກອບສ່ວນໃຫ້ແກ່ການຂະຫຍາຍໂຕຂອງເສດຖະກິດຂອງປະເທດ.

ນັບແຕ່ ກອງປະຊຸມທຸລະກິດລາວຄັ້ງທີ 11 ຜ່ານມາ, ໜ່ວຍງານປຶກສາຫາລືພາກທຸລະກິດ ແລະ ຂະແໜງ ການກ່ຽວຂ້ອງຂອງພາກລັດ ໄດ້ກໍານົດ ບັນຫາບູລິມະສິດ ທັງໝົດ 23​ ບັນຫາສະເພາະ ເຊິ່ງຕິດພັນກັບຂົງເຂດຕ່າງໆ ເຊັ່ນ ຂົງເຂດສ່ວຍສາອາກອນ, ການອໍານວຍຄວາມສະດວກໃຫ້ແກ່ການນໍາເຂົ້າ ແລະ ສົ່ງອອກ, ການກໍ່ຕັ້ງທຸລະກິດ, ການສົ່ງເສີມການທ່ອງທ່ຽວທີ່ຍືນຍົງ, ແລະ ຂົງເຂດ ອື່ນໆ, ຈົນນໍາມາເຊິ່ງການແກ້ໄຂບັນຫາ ຈໍານວນ 7 ບັນຫາ ແລະ ມີຄວາມຄືບໜ້າໃນການແກ້ໄຂ 16 ບັນຫາ, ເຊິ່ງ ກອງປະຊຸມກໍ່ໄດ້ຕົກລົງເຫັນດີ ຕໍ່ກັບທິດທາງໃນການແກ້ໄຂ 16 ບັນຫາບູລິມະສິດທີ່ຍັງຄົງຄ້າງດັ່ງກ່າວ.

ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ກໍ່ໄດ້ກ່າວໂອ້ລົມໃນຕອນທ້າຍຂອງກອງປະຊຸມ ໂດຍໄດ້ສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງລັດຖະບານ ໃນການຮັກສາສະຖຽນລະພາບຂອງເສດຖະກິດມະຫາພາກ, ໂດຍການເພີ່ມມາດຕະການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ, ການລົງທຶນຂອງລັດໃນໂຄງລ່າງພື້ນຖານ ເພື່ອສ້າງໃຫ້ມີສິນຄ້າສົ່ງອອກທີ່ຫຼາກຫຼາຍ, ເພີ່ມຜະລິດຕະພາບຂອງພາກທຸລະກິດ ແລະ ຫຼຸດຜ່ອນຕົ້ນທຶນຄ່າໃຊ້ຈ່າຍໃນການດໍາເນີນທຸລະກິດ ດ້ວຍການປັບປຸງກົນໄກການຄຸ້ມຄອງຂອງພາກລັດ ແລະ ປັບປຸງຂັ້ນຕອນການອະນຸຍາດຕ່າງໆໃຫ້ສະດວກ, ວ່ອງໄວ ແລະ ໂປ່ງໃສ.

ເບິ່ງຮູບເພີ່ມ: http://bit.ly/2NF4psr

Related Posts

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ກອງປະຊຸມປືກສາຫາຫລືໃນການຮ່ວມມືການຄ້າ – ການລົງທືນ ລະຫວ່າງ ລາວ – ຮົງກົງ

ນະຄອນຫລວງວຽງຈັນ, ສປປ ລາວ – ວັນທີ 07 ພຶດສະພາ 2025 – ທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າແລະ ອຸດສາຫະກຳແຫ່ງຊາດລາວລາວ…Read more
ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ  ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more

Enter your keyword